ຟີລິປິນສະໜັບສະໜູນບຣູໄນ ປະຕິບັດ COC ຢູ່ທະເລຕາເວັນອອກ

ຟີລິປິນສະໜັບສະໜູນບຣູໄນ ປະຕິບັດ COC ຢູ່ທະເລຕາເວັນອອກ - ảnh 1

(ພາບປະກອບ: ອິນ​ເຕີ​ແນັດ)

(vovworld): ໜັງສືພິມ Phillippine Daily Inquire ສະບັບ​ອອກວັນ​ທີ 16/1 ​ໃຫ້​ຮູ້​ວ່າ, ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ ​ໄດ້​ສະ​ແດງ​ຄວາມ​ສະໜັບສະໜູນຕໍ່​ການ​ກະທຳ​ຂອງ​ບຣູ​ໄນ ​ໃນ​ການ​ປະຕິບັດ​ຂໍ້​ກຳນົດການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃນຂະນະ​ທີ່​ລາຊະ​ອານາຈັກ​ອິດສະ​ລາມ​ນີ້ ຮັບດຳລົງ​ຕຳ​ແໜ່​ງປະທານ​​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໃນ​ເດືອນ 1/2013. ຕາມ​ໜັງສື​ພິມ​ດັ່ງ​ກ່າວ​ແລ້ວ, ບຣູ​ໄນ ຮັບດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ ​ໃນ​ສະພາບ​ການ​ຄວາມ​ເຄັ່ງຕຶງພວມ​ເພີ່ມ​ຂຶ້ນ​ຢູ່​ພາກ​ພື້ນ, ດ້ວຍ​ບັນດາ​ການ​ກະທຳ​ຫວ່າງ​ແລ້ວ​ນີ້​ຂອງ​ຈີນ ຊື່​ງ​ປະ​ເທດ​ຕ່າງໆ​ຖື​ວ່າ ​ໄດ້​ລະ​ເມີດ​ເຂດ​ນ່ານທະ​ເລຂອງ​ເຂົ້າ​ເຈົ້າ, ລວມມີ​ການ​ລາດ​ຕາ​ເວັນ​ບົນ​ທະ​ເລ, ການ​ຊ້ອມ​ຮົບ, ການ​ສຳ​ຫຼວດນ້ຳມັນ​ອາຍ​ແກ​ດ ​ແລະ ປັບປຸງ​ນະຄອນ​ທີ່​ຫາກໍ່​ໄດ້​ຮັບ​ການ​ສ້າງຕັ້ງ​ໃໝ່​ເພື່ອ​ຄຸ້ມ​ຄອງ​​ເກາະ​ແຫ່ງ​ຕ່າງໆ​ທີ່​ພວມ​ພິກາດ​ກັນ​ເກືອບ​ທັງ​ໝົດ.

ຂ່າວ/ບົດ​ອື່ນ