(vovworld) – ເຖີງວ່າຍັງອີກໜຶ່ງກວ່າເດືອນຈຶ່ງຮອດວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແລະ ງານບຸນວິຫານ ຮຸ່ງ ປີ 2014 ກໍ່ຕາມ, ແຕ່ເຂດປູຊະນີຍະຊະຖານປະຫວັດສາດວິຫານ ຮຸ່ງ ໄດ້ ແລະ ພວມຕັ້ງໜ້າກະກຽມບັນດາເງື່ອນໄຂຈຳເປັນຕ່າງໆເພື່ອຮັບໃຊ້ໃຫ້ແກ່ງານບຸນປີນີ້. ທ່ານ ລຶວກວາງຮຸຍ, ຫົວໜ້າເຂດປູຊະນີຍະຊະຖານປະຫວັດສາດວິຫານ ຮຸ່ງ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ, ເຂດປູຊະນີຍະຊະຖານນີ້ ໄດ້ສຸມໃສ່ຜັນຂະຫຍາຍບັນດາເນື້ອໃນວຽກງານອັນລະອຽດ, ບັນດາກິດຈະກຳຍ່ອຍທີ່ຈຳເປັນສຳເລັດກ່ອນວັນທີ 20/2 ( ໄລ່ຕາມຈັນທະປະຕິທິນ) ເພື່ອຕ້ອນຮັບແຂກທີ່ມາຈາກທຸກສາລະທິດ.
ວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແລະ ງານບຸນວິຫານ ຮຸ່ງ ປີ 2014 ຖືກຈັດຕັ້ງໃນ 5 ວັນ, 6-10/3 (ຕາມຈັນທະປະຕິທິນ) ແມ່ນວັນທີ 5-9/4-2014 ທີ່ເຂດປູຊະນີຍະຊະຖານປະຫວັດສາດວິຫານ ຮຸ່ງ, ນະຄອນ ຫວຽດຈີ່ ແລະ ບັນດາຕາແສງ, ບັນດາເມືອງຢູ່ອ້ອມພະວິຫານ ຮຸ່ງ; ບັນດາເຂດບູຊາເຈົ້າຊີວິດ ຮຸ່ງ ແລະ ບັນດາບຸລຸດຜູ້ມີຊື່ສຽງໃນສະໄໝລາດຊະວົງ ຮຸ່ງ ຢູ່ໃນແຂວງ ຟູ໋ເທາະ.