ມີກວ່າ63ພັນເທື່ອຄົນເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນໃນວັນທີ30/4ແລະ1/5
ສຸສານປະທານ ໂຮ່ຈີມິນ
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 41 ປີ ແຫ່ງວັນປົດປ່ອຍພາກໃຕ້ ໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2016) ແລະ ວັນກຳມະກອນສາກົນ 1/5. ໃນລະຫວ່າງ (30/4-3/5) ໄດ້ມີປະຊາຊົນກວ່າ 63 ພັນເທື່ອຄົນເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ ແລະ ຢ້ຽມຢາມກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາດິ່ງ. ແລະກໍ່ໃນໂອກາດນີ້, ເຂດປູຊະນີຍະສະຖານ K9 - ດ໋າຈົງ (ເມືອງ ບາວີ່, ຮ່າໂນ້ຍ) ໄດ້ຕ້ອນຮັບ 10 ພັນກວ່າເທື່ອຄົນມາຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ແລະ ຢ້ຽມຢາມເຂດປູຊະນີຍະສະຖານນີ້.