ມຸ່ງໄປສູ່ພິທີໄຫວ້ບູຊາ - ງານບຸນວິຫານຮຸ່ງ ປີ 2012

ມຸ່ງໄປສູ່ພິທີໄຫວ້ບູຊາ - ງານບຸນວິຫານຮຸ່ງ ປີ 2012  - ảnh 1
ກາ​ນນຳ​ນະຄອນ​ຫວຽດຈີ ​​ຖະຫວາຍ​ທູບ​ທຽນ​ບູຊາອາໄລຫາບັນດາເຈົ້າຊີວິດຮຸ່ງ
(ພາບ: dantri.com)

Vovworld- ຕອນ​ເຊົ້າ​ວັນ​ທີ 26 ມີນາ, ກາ​ນນຳ​ນະຄອນ​ຫວຽດຈີ ​ໄດ້​ຖະຫວາຍ​ທູບ​ທຽນ​ບູຊາອາໄລຫາ ບັນດາເຈົ້າຊີວິດຮຸ່ງຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ. ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຫວຽດຈີມີຄວາມໝັ້ນໝາຍຕໍ່ດວງວິນຍານບັນດາເຈົ້າຊີວິດຮຸ່ງ ຈະຕັດສິນໃຈ ສ້າງ ສານະຄອນ ຫວຽດຈີ​ເຖິງ​ປີ 2020 ​ໃຫ້​ກາຍ​ເປັນ​ນະຄອນ​​ແຫ່ງງານ​ບຸນອວາ​ຍຽ​ເມືອ​ຫາ​ກົກ​ເຄົ້າ​ເຫ​ງົ້າກໍ​ຂອງ​ຊາດ​ຫວຽດນາມ, ນະຄອນ​ທ່ອງທ່ຽວ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ຫວຽດນາມ.

    ​ແລະ​ ກໍ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວກັນ, ຢູ່​ແຂວງຟູ​ເທາະ, ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້ “ ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ວັດທະນະທຳ​ຈິດ​ວິນ​ຍານ, ກຳ​ລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດນາມ ”. ບັນດາ​ບົດ​ປະກອບ​ຄຳ​ເຫັນນະ​ການ​ນີ້ ​ໄດ້​ຊີ້​ແຈ້ງ​ເຖິງ​ບັນດາ​ຄຸນຄ່າ​ທີ່​ພົ້ນ​​ເດັ່ນ ອັນ​ໄດ້​ສ້າງ​ສີສັນ​ວັດທະນະທຳ​ຂອງຊາດ​ໃນ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ. ທ່ານ​ສາດສະດາ ຈານ ​ໂງ​ດຶກ​ທິ້ງ ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ​ແລະ ອະນຸລັກ​ຮັກສາ​ວັດທະນະທຳ​ການ​ເຫຼື້ອມ​ໃສ​ຫວຽດນາມ​ຖື​ວ່າ : (​ເທບ)

   “ ​ໃນການ​ເຫຼື້ອມ​ໃສ​ນັ້ນ, ປັດ​ໃຈຄວາມ​ເຊື່ອ​ໝັ້ນ​ແມ່ນ​ສຳຄັນ​ທີ່​ສຸດ. ​ເມື່ອ​ມະນຸດ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ, ກໍ​ຈະ​ມີ​ບັນດາ​ການ​ກະທຳ​ເຫຼື້ອມ​ໃສ. ທາງ​ດ້ານ​ຈິດ​ວິນ​ຍານວິຫານ​ຮຸ່ງ​ແມ່ນ​ແຫ່ງ​ທີ່​ປະຊາຊົນ​ຝາກ​ຄວາມ​ເຊື່ອ​ໝັ້ນ​ ​ແລະ ປະຊາຊົ​ນມີ​ສິດ​ປະ​ຕິ​ບັດ​ຄວາມ​ເຊື່ອ​ໝັ້ນ​ນີ້ ”
ຂ່າວ/ບົດ​ອື່ນ