ມຸ່ງໄປສູ່ສັງຄົມຂໍ້ມູນຂ່າວສານຫວຽດນາມທີ່ປອດໄພ ແລະ ສົດໃສ
ສັງກາດໃໝ່ຂອງຄວາມໝັ້ນຄົງດ້ານເຄືອຂ່າຍ
|
(vovworld)- ວັນປອດໄພຂໍ້ມູນຂ່າວສານຫວຽດນາມຄັ້ງທີ 9 ປີ 2016 ໄດ້ດຳເນີນໃນວັນທີ 2/12 ຢູ່ຮ່າໂນ້ຍ. ຈຸດສຸມຂອງເຫດການວັນປອດໄພຂໍ້ມູນຂ່າວສານຫວຽດນາມປີ 2016 ແມ່ນກອງປະຊຸມສຳມະນາສາກົນກ່ຽວກັບ ວັນປອດໄພຂໍ້ມູນຂ່າວສານຫວຽດນາມດ້ວຍຫົວຂໍ້ “ ສັງກາດໃໝ່ຂອງຄວາມໝັ້ນຄົງດ້ານເຄືອຂ່າຍ ” . ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນແທ່ງຮຶງ ເນັ້ນໜັກວ່າ :
“ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມສະເໜີ ສະຫະສະມາຄົມ ຄວາມປອດໄພຂໍ້ມູນຂ່າວສານຫວຽດນາມ, ບັນດາວິສາຫະກິດ, ພ້ອມກັບທັງປະຊາຄົມຮ່ວມເດີນທາງພ້ອມກັບ ກະຊວງຖະແຫຼງຂ່າວ ແລະ ສື່ນສານຫວຽດນາມໃນບັນດາການເຄື່ອນໄຫວໂຄສະນາເຜີຍແຜ່, ຍົກສູງຄວາມຮັບຮູ້, ໜ້າທີ່ຮັບຜິດຊອບກ່ຽວກັບຄວາມປອດໄພຂໍ້ມູນຂ່າວສານເພື່ອມຸ່ງໄປສູ່ສັງຄົມຂໍ້ມູນຂ່າວສານຫວຽດນາມທີ່ປອດໄພ ແລະ ສົດໃສ. ຮັບປະກັນຄວາມປອດໄພຂໍ້ມູນຂ່າວສານໃນເຄືອຂ່າຍໃນບັນດາການເຄື່ອນໄຫວຂອງບັນດາອົງການສຳນັກງານ ແລະ ທົ່ວທັງປະຊາຄົມ”