ມຸ່ງໄປເຖິງຊາຍຄາລວມເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ ເຢຍລະມັນ
(VOVWORLD) -ກອງປະຊຸມໃຫຍ່ກະກຽມ ໄດ້ດຳເນີນພາຍຫຼັງກອງປະຊຸມກະກຽມຄັ້ງຕ່າງໆຂອງຄະນະປະຈຳຂຶ້ນກັບ ຄະນະສ້າງຕັ້ງ ເພື່ອປຶກສາຫາລືວຽກງານທີ່ຕ້ອງດຳເນີນ, ເນື້ອໃນການເຄື່ອນໄຫວ ແລະ ສຳຄັນທີ່ສຸດແມ່ນ ຮ່າງກົດລະບຽບເຄື່ອນໄຫວຂອງສະມາຄົມ, ຄາດວ່າ ຈະໄດ້ຮັບການສ້າງຕັ້ງໃນປີ 2023.
ທ່ານຫງວຽນວັນຮຽນ, ຜູ້ອຳນວຍການສູນການຄ້າດົ່ງຊວັນ Berlin ຫົວໜ້າຄະນະສ້າງຕັ້ງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ກະກຽມ (ພາບ: TTXVN)
|
ວັນທີ 17 ທັນວາ, ຢູ່ນະຄອນຫຼວງ Berlin, ຄະນະຈັດກຽມສ້າງຕັ້ງສະຫະພັນຊາວຫວຽດນາມ ອາໄສຢູ່ ເຢຍລະມັນ ໄດ້ດຳເນີນກອງປະຊຸມໃຫຍ່ກະກຽມ ເພື່ອແນໃສ່ປຶກສາຫາລືກ່ຽວກັບການເຄື່ອນໄຫວກໍ່ຄືຮ່າງກົດລະບຽບຂອງສະມາຄົມ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ສ້າງຕັ້ງຊາຍຄາລວມຂອງຊາວຫວຽດນາມ ອາໄສຢູ່ເຢຍລະມັນຢ່າງເປັນທາງການ.
ກອງປະຊຸມໃຫຍ່ກະກຽມ ໄດ້ດຳເນີນພາຍຫຼັງກອງປະຊຸມກະກຽມຄັ້ງຕ່າງໆຂອງຄະນະປະຈຳຂຶ້ນກັບ ຄະນະສ້າງຕັ້ງ ເພື່ອປຶກສາຫາລືວຽກງານທີ່ຕ້ອງດຳເນີນ, ເນື້ອໃນການເຄື່ອນໄຫວ ແລະ ສຳຄັນທີ່ສຸດແມ່ນ ຮ່າງກົດລະບຽບເຄື່ອນໄຫວຂອງສະມາຄົມ, ຄາດວ່າ ຈະໄດ້ຮັບການສ້າງຕັ້ງໃນປີ 2023. ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ເຫັນດີນຳກັນຕໍ່ຮ່າງກົດລະບຽບຂອງສະຫະພັນກໍ່ຄືປຶກສາຫາລືກ່ຽວກັບວຽກງານທີ່ຕ້ອງປະຕິບັດໃນໄລຍະຈະມາເຖິງ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ສ້າງຕັ້ງສະຫະພັນ ຊາວຫວຽດນາມ ອາໄສຢູ່ ເຢຍລະມັນຢ່າງເປັນທາງການ.