(vovworld) – ຕອນເຊົ້າວັນທີ 14/09, ຢູ່ນະຄອນດ່າລາດ, ແຂວງເລີມດົ່ງ, ໄດ້ຈັດກອງປະຊຸມບັນດາເຂົ້າໜ້າທີ່ຂັ້ນສູງກ່ຽວກັບການພັດທະນາສາທາລະນະສຸກຄັ້ງທີ 10 ຂອງອາຊຽນ (SOMHD), ດ້ວຍການເຂົ້າຮ່ວມຂອງຜູ້ແທນ 150 ທ່ານ, ທີ່ມາຈາກ 10 ປະເທດອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ບາງປະເທດພັດທະນາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕຽນ, ຊີ້ແຈ້ງວ່າ.
“ໜຶ່ງໃນບັນດາໜ້າທີ່ສຳຄັນຂອງບັນດາເຂົ້າໜ້າທີ່ຂັ້ນສູງກ່ຽວກັບການພັດທະນາດ້ານສາທາລະນະສຸກອາຊຽນ ທີ່ກອງປະຊຸມຄັ້ງທີ 10 ນີ້ ແມ່ນພ້ອມກັນປຶກສາຫາລື, ເປັນເອກະພາບກັນກ່ຽວກັບກົນໄກເຄື່ອນໄຫວຂອງການຮ່ວມມືດ້ານສາທາລະນະສຸກອາຊຽນ, ຂອງບັນດາກຸ່ມປະຕິບັດງານວິຊາສະເພາະໃນໄລຍະ 2015 – 2020 ຍືນສະເໜີຕໍ່ກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນ ຄັ້ງທີ 13 ເພື່ອຮັບຮອງເອົາ. ຂ້າພະເຈົ້າຫວັງວ່າ, ກອງປະຊຸມຈະຍົກອອກບັນດາຂໍ້ສະເໜີແນະ ກ່ຽວກັບກົນໄກຮ່ວມມືໃໝ່ຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຊົນບັນດາປະເທດ.”