ມີິຊາວອົບພະຍົບຫຼາຍຄົນຖືກເສຍຊີວິດຢູ່ທະເລເກຼັກ

ມີິຊາວອົບພະຍົບຫຼາຍຄົນຖືກເສຍຊີວິດຢູ່ທະເລເກຼັກ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) –​ ວັນ​ທີ 27/01, ກຳ​ລັງ​ປົກ​ປ້ອງ​ແຄມ​ຝັ່ງ​ທະ​ເລ​ເກຼັກ ໄດ້​ຊອກ​ເຫັນ​ສາກ​ສົບ​ຊາວ​ອົບ​ພະ​ຍົບ 6 ຄົນ, ໃນ​ນັ້ນ​ມີ​ເດັກ​ຊ້າຍ​ຄົນ​ໜຶ່ງ ພາຍ​ຫຼັງ​ກ່ຳ​ປັ່ນ​ຂົນ​ສົ່ງ​ບັນ​ດາ​ຊາວ​ອົບ​ພະ​ຍົບ​ເຫຼົ່ານີ້​ຖືກ​ຈົມ​ນຳ​້ຢ​ູ່ນອກ​ຝັ່ງ​ທະ​ເລ​ເກ​າະ Kos. ພາຍ​ຫຼັງ​​ທີ່​ຊາວ​ອົບ​ພະ​ຍົບ​ຜູ້​ໜຶ່ງ​ລອດ​​ຕາຍ​ຈາກ​​ເຫດກ່ຳ​ປັ່ນ​ຖືກ​ຈົມ​ນ້ຳ​ແຈ້ງ​ກ່ຽວ​ກັບ​ເຫດ​ການນັ້ນ, ​ການ​ກູ້​ໄພ​ກູ້​ຊ​ີບ​ໄດ້​ຮັບ​ການ​ປະ​ຕິ​ບັດ ແລະ ​ຊາວ​ອົບ​ພະ​ຍົບ​ດັ່ງ​ກ່າວ​ຖືກຊອກ​ເຫັນ. ເຫດກ່ຳ​ປັ່ນ​ຈົມ​ນ້ຳ​ໄດ້​​ເກີດ​ຂຶ້ນ​ພາຍ​ຫຼັງມ​ີຊາວ​ອົບ​ພະ​ຍົບ 45 ຄົນ ໃນ​ນັ້ນ​ມີ​ເ​ດັກ​ນ້ອຍ 20 ຄົນ​ຖືກຕາຍ​ດຶກ​ນ້ຳຢູ່ນອກຝັ່ງ​ທະ​ເລ​ເກາະ Kololimnos, ໃ​ກ້​ກັບ​ເກາະ Kos ພຽງ 5 ວັນ.

      ໂດຍບໍ່​ຫົວ​ຊາ​ຕໍ່​ລະ​ດູ​ໜາວ​ທີ່​ຮ້​າຍ​ແຮງ, ແຕ່​ລະ​ມື້​ຈຳ​ນວນຊາວ​ອົບ​ພະ​ຍົບ​ຈາກ​ຕວກ​ກີ  ​ຍັງ​ຄົງສືບ​ຕໍ່​​ເຄື່ອນ​ຍ້າຍ​ເຖິງ​ເກາະ​ຕ່າງໆ​ຂອງ​ເກຼັກ. ຕາມ​ຕົວ​ເລກ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຊີ້​ໃຫ້​ເຫັນ​ວ່າ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ມີ​ຊາວ​ອົບ​ພະ​ຍົບ​ກວ່າ 46.000 ຄົນ​ໄ​ດ້​​ເຂົ້າ​ໄປ​ປະ​ເທດ​ເກຼັກ, ​ຫຼາຍກວ່າ​ທົບ 31 ເທົ່າ​ເມື່ອ​ທຽບ​ໃສ່​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ເຂົ້າ​ປະ​ເທດນີ້​​ໃນ​ເດືອ​ນ 01/2015.

ຂ່າວ/ບົດ​ອື່ນ