ມິດຕິງສະເຫຼິມສະຫຼອງ70ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ
(ທ່ານປະທານປະເທດ ເຈືອງເຕີນຊາງ)
(vovworld) – ຕອນເຊົ້າວັນທີ 27/08, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (28/08/1945 – 28/08/2015. ອ່ານສູນທອນພົດທີພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຮຽກຮ້ອງໃຫ້ຂະແໜງການທູດ ບົນພື້ນຖານຢືດໝັ້ນຜົນປະໂຫຍດແຫ່ງຊາດແມ່ນສູງສຸດ, ຊາບຊືມແນວທາງແຜນນະໂຍບາຍຂອງພັກຢ່າງເລິດເຊິ່ງ, ໜູນໃຊ້ແນວຄິດດ້ານການທູດຂອງປະທານໂຮ່ຈິມິນ ຢ່າງມີໄຫວພິບ. ພິເສດ, ຂະແໜງການທູດ ຕ້ອງໃຫ້ບຸລິມະສິດສູງໃຫ້ແກ່ການສ້າງກຳລັງ ແລະ ເພີ່ມພູນຄຸນສ້າງປັດໃຈມະນຸດ. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ.
“ຂະແໜງການທູດຕ້ອງຢືດໝັ້ນແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ເຮັດໃຫ້ການພົວພັນກັບບັນດາປະເທດ, ພິເສດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີເສັ້ນຊາຍແດນຮ່ວມ, ບັນດາປະເທດໃຫຍ່, ປະເທດເປັນຄູ່ຮ່ວມມືສຳຄັນເລິກເຊິ່ງ, ເພີ່ມທະວີການພົວພັນເພື່ອຜົນປະໂຫຍດ. ພວກເຮົາເດັດດຽວຕໍ່ສູ້ຕໍ່ໜ້າບັນດາການກະທຳແຊກແຊງເຂົ້າວຽງານພາຍໃນ, ລະເມີດເອກະລາດອະທິປະໄຕ, ຜື້ນແຜນດິນອັບຄົບຖ້ວນ ແລະ ຄວາມສະຖຽນລະພາບດ້ານການເມືອງຂອງປະເທດຊາດ. ພວກເຮົາຢືດໝັ້ນແຜນນະໂຍບາຍແກ້ໄຂການຂັດແຍ້ງອະທິປະໄຕທາງທະເລດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ປະມວນຂໍ້ກຳນົດການປະພຶດຂອງຝ່ານຕ່າງໆຢູ່ພາກພື້ນ”.