ມີນັກການເມືອງອີກຜູ້ໜຶ່ງຂອງພັກປະຊາທິປະໄຕຖະແຫຼງອອກສະໝັກເລືອກຕັ້ງເປັນປະທານາທິບໍດີ
ອະດີດຜູ້ວ່າການລັດ Rhode Island Lincoln Chafee
(ພາບ: Getty Images)
|
(vovworld) - ວັນທີ 3/6, ອະດີດຜູ້ວ່າການລັດ Rhode Island Lincoln Chafee ໄດ້ກາຍເປັນນັກການເມືອງອີກຜູ້ໜຶ່ງຂອງພັກປະຊາທິປະໄຕຖະແຫຼງອອກສະໝັກເລືອກຕັ້ງເປັນປະທານາທິບໍດີໃນປີ 2016. ກ່າວຄວາມເຫັນທີ່ມະຫາວິທະຍາໄລ George Mason ຢູ່ລັດ Virgina ວັນທີ 3/6, ອະດີດຜູ້ວ່າການລັດ Lincoln Chafee ເວົ້າວ່າ “ຂ້າພະເຈົ້າອອກສະໝັກເລືອກຕັ້ງເປັນປະທານາທິບໍດີຢ່າງເປັນທາງການ. ຂ້າພະເຈົ້າຢາກຮັບມືກັບການທ້າທາຍເຊິ່ງປະເທດ ອາເມລິກາ ພວມຕ້ອງປະເຊີນໜ້າ”. ທ່ານ Lincoln Chafee, ອາຍຸ 62 ປີ, ເຄີຍເປັນສະມາຊິກສະພາສູງຂອງພັກສາທາລະນະ ໃນໄລຍະ 8 ປີ (1999 – 2007, ຫຼັງຈາກນັ້ນ, ປີ 2010, ກາຍເປັນນັກການເມືອງເອກະລາດອອກສະໝັກເລືອກຕັ້ງເປັນຜູ້ວ່າການລັດ Rhode Island. ປີ 2013, ເຊິ່ງແມ່ນປີສຸດທ້າຍດຳລົງຕຳ່ແໜ່ງຜູ້ວ່າການລັດ Rhode Island, ທ່ານ Lincoln Chafee ກາຍເປັນສະມາຊິກຂອງພັກປະຊາທິປະໄຕ.