(VOVWORLD) -ໃນໄລຍະ 8 ເດືອນຕົ້ນປີ 2021, ມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃນທົ່ວປະເທດ ຄາດວ່າບັນລຸ 32,1 ຕື້ USD, ເພີ່ມຂຶ້ນ 21,6 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020;
ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດສຳລັບຜະລິດຕະພັນກະເສດ, ສິນໃນນ້ຳ ຫວຽດນາມ ດ້ວຍມູນຄ່າກວ່າ 9,3 ຕື້ USD, ກວມເອົາ 29,1% ອັດຕາສ່ວນໃນຕະຫຼາດ (ພາບ: TTXVN) |
ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ໃນໄລຍະ 8 ເດືອນຕົ້ນປີ 2021, ມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃນທົ່ວປະເທດ ຄາດວ່າບັນລຸ 32,1 ຕື້ USD, ເພີ່ມຂຶ້ນ 21,6 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ຄາດວ່າການນຳເຂົ້າບັນລຸປະມານ 28,8 ຕື້ USD, ຫຼຸດລົງ 48,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງເຫດຜົນຕົ້ນຕໍແມ່ນຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດສຳລັບຜະລິດຕະພັນກະເສດ, ສິນໃນນ້ຳ ຫວຽດນາມ ດ້ວຍມູນຄ່າກວ່າ 9,3 ຕື້ USD, ກວມເອົາ 29,1% ອັດຕາສ່ວນໃນຕະຫຼາດ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະສືບຕໍ່ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າສາກົນ ແລະ ຊຸກຍູ້ການສົ່ງອອກ.