ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກກວ່າ 64 ລ້ານຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 64 ລ້ານຄົນ (64.170.569), ໃນນັ້ນມີຜູ້ເສຍຊີວິດ 1.485.682  ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 02 ທັນວາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 64 ລ້ານຄົນ (64.170.569), ໃນນັ້ນມີຜູ້ເສຍຊີວິດ 1.485.682  ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 14,1 ລ້ານຄົນ ແລະ ມີຜູ້ເສຍຊີວິດ 276.934 ຄົນ. ຖັດມາແມ່ນອິນເດຍ, ບຣາຊິນ, ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ