(VOVWORLD) - ຄິດສະເລ່ຍແຕ່ລະມື້ມີກວ່າ 230 ຄົນມາສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງເພື່ອບໍລິຈາກເລືອດ.
ຫຼາຍຄົນໄດ້ເລືອກເອົາ “ການເລີ່ມຕົ້ນປີໃໝ່” ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍ
(ພາບປະກອບ: ໂຮງໝໍ)
|
ໃນ 7 ມື້ພັກບຸນເຕັດ, ແຕ່ວັນທີ 08 – 14 ກຸມພາ (ກົງກັບວັນທີ 29 ເດືອນ 12 ຫາວັນທີ 05 ບຸນເຕັດໄລ່ຕາມຈັນທະປະຕິທິນ) ສະຖາບັນໂຫຫິດສາດ ແລະ ສົ່ງເລືອດສູນກາງ ຫວຽດນາມ ໄດ້ຕ້ອນຮັບຜູ້ມາບໍລິຈາກເລືອດກວ່າ 1.600 ເທື່ອຄົນ. ໝາກຜົນດັ່ງກ່າວແມ່ນສູງກວ່າຫຼາຍເມື່ອທຽບໃສ່ບັນດາປີກ່ອນນີ້. ຄິດສະເລ່ຍແຕ່ລະມື້ມີກວ່າ 230 ຄົນມາສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງເພື່ອບໍລິຈາກເລືອດ.
ພ້ອມກັບສະຕິ ແລະ ຈິດໃຈອາສາສະໝັກເພື່ອການກຸສົນທີ່ນັບມື້ນັບສູງຂອງປະຊາຊົນນັ້ນ, ຫຼາຍຄົນໄດ້ເລືອກເອົາ “ການເລີ່ມຕົ້ນປີໃໝ່” ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍ - ບໍລິຈາກເລືອດຍາມຕົ້ນປີໃໝ່. ໃນຊຸມປີມໍ່ໆມານີ້, ການບໍລິຈາກເລືອດໄດ້ກາຍເປັນຄວາມຊິນເຄີຍ, ແມ່ນຈຸດຄວາມງາມດ້ານວັດທະນະທຳເນື່ອງໃນໂອກາດບຸນເຕັດວຽນມາ.
ກ່ອນໜ້ານັ້ນ, ໃນທ້າຍເດືອນ ມັງກອນ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ກໍ່ໄດ້ຮຽກຮ້ອງການບໍລິຈາກເລືອດ. ພາຍຫຼັງເວລາພຽງ 1 ອາທິດ, ຍ້ອນການຮ່ວມແຮງຮ່ວມໃຈຮຽກຮ້ອງຂອງປະຊາຄົມ ແຕ່ວັນທີ 02 – 07 ກຸມພາ, ສະຖາບັນໄດ້ຮັບເລືອດ 2.160 ຖົງ, ສູງກວ່າທົບ 4 ເທົ່າເມື່ອທຽບໃສ່ການຄາດຄະເນກ່ອນນັ້ນ.