ມອບລາງວັນການເສັງຂຽນ “ແບບຢ່າງຄູອາຈານຫວຽດນາມ” ປີ 2017

(VOVWORLD) -ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ສົມທົບກັບກຳມະບານຂະແໜງສຶກສາຫວຽດນາມ ຈັດຕັ້ງພິທີສະຫຼຸບ ແລະ ມອບລາງວັນກ່ຽວກັບການເສັງ “ແບບຢ່າງຄູອາຈານຫວຽດນາມ” ປີ 2017.

ມອບລາງວັນການເສັງຂຽນ “ແບບຢ່າງຄູອາຈານຫວຽດນາມ” ປີ 2017 - ảnh 1 ພິທີມອບລາງວັນການເສັງຂຽນ “ແບບຢ່າງຄູອາຈານຫວຽດນາມ” ປີ 2017

(ພາບ: VGP)

ພາຍຫຼັງປຸກລະດົມມາເປັນເວລາ 5 ເດືອນ, ໄລ່ຮອດວັນທີ 09 ຕຸລາ 2017, ຄະນະຈັດຕັ້ງການເສັງລະດັບຊາດ ໄດ້ຮັບບົດເສັງ 300 ບົດຈາກ 76 ຫົວໜ່ວຍ, ເຊິ່ງໄດ້ຄັດເລືອກຈາກເກືອບ 7.000 ບົດເສັງໃນຮອບຄັດເລືອກ. ບັນດາບົດເສັງແມ່ນເລື່ອງລາວທີ່ມີມູນຄວາມຈິງ, ມີຊີວິດຊີວາກ່ຽວກັບແບບຢ່າງຄູອາຈານ ສຸດຈິດສຸດໃຈເພື່ອນັກຮຽນຂອງຕົນ, ບັນດາແບບຢ່າງຄູອາຈານຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ, ແຂ່ງຂັນ “ສອນດີ, ຮຽນເກັ່ງ” ແລະ “ປ່ຽນໃໝ່ໃນການຮຽນການສອນຢ່າງມີຫົວຄິດປະດິດສ້າງ”… ບົນພື້ນຖານຕີລາຄາ ແລະ ໝາກຜົນບົດເສັງຂອງຄະນະກຳມະການກວດສອບ, ຄະນະຈັດຕັ້ງຕົກລົງມອບລາງວັນພິເສດ 2 ລາງວັນ, ລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 4 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ