ບັນດາຜູ້ເຂົ້າຮ່ວມການເສັງໄດ້ຮັບລາງວັນ
ພາບ:vov
|
(vovworld)- ວັນທີ 30/12, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະຫລຸບ, ມອບລາງວັນການເສັງ ຊອກຮູ້ ແລະ ປະກອບຄຳເຫັນເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກຂອງຮ່າໂນ້ຍ ຊື່ງໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນມໍລະດົກໂລກ.
ໃນກວ່າເດືອນຫນຶ່ງປຸກລະດົມ, ຄະນະຈັດຕັ້ງການເສັງໄດ້ຮັບ 52 ຜະລິດຕະພັນ ຄື: ບົດຂຽນ, ກິດຈະກຳຄົ້ນຄ້ວາວິທະຍາສາດ, video clip ແລະອື່ນໆ. ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ສອງລາງວັນ ໃຫ້ແກ່ຫນ່ວຍໄວຫນຸ່ມ ວິທະຍາຄານປ້ອງກັນຄວາມ ສະຫງົບປະຊາຊົນ (C500) ຜ່ານບົດຂຽນ “ຄວາມໄຝ່ຝັນ C500) ແລະ ຫນ່ວຍທັບເຫລືອ(ແປ່ວ່າໄຕ້ໄຟ) ຜ່ານຮູບແບບພະລາຊະວັງທັງລອງ.