ມອບລາງວັນຊາວໜຸ່ມຫວຽດນາມທີ່ດີເດັ່ນ10ຄົນ
ການປະຊຸມຂ່າວສະເຫຼີມສະຫຼອງ 20 ປີແຫ່ງ
ການມອບລາງວັນຊາວໜຸ່ມ ຫວຽດນາມ ດີເດັ່ນ
(ພາບ: dantri.com.vn)
(vovworld) - ຕອນເຊົ້າວັນທີ 14/03, ຢູ່ຮ່າໂນ້ຍ, ຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ກອງທຶນໜູນຊ່ວຍໄວໜຸ່ມ ຫວຽດນາມ ມີຄວາມເກັ່ງກ້າສາມາດ ຈັດຕັ້ງການປະຊຸມຂ່າວສະເຫຼີມສະຫຼອງ 20 ປີແຫ່ງການມອບລາງວັນຊາວໜຸ່ມ ຫວຽດນາມ ດີເດັ່ນ ແລະ ມອບລາງວັນຊາວໜຸ່ມ ຫວຽດນາມ ທີ່ດີເດັ່ນ 10 ຄົນປີ 2015. ລາງວັນຊາວໜຸ່ມ ຫວຽດນາມ ທີ່ດີເດັ່ນແມ່ນລາງວັນອັນສູງສົ່ງຂອງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນມອບໃຫ້ບັນດາຊາວໜຸ່ມເຍົາວະຊົນອະນຸຊົນ ຫວຽດນາມ ເປັນປະຈຳປີ ທີ່ມີຜົນງານ ແລະ ການອຸທິດສ່ວນດີເດ່ັນໃນປີ 2015 ໃນຫລາຍຂົງເຂດ. 20 ປີຜ່ານມາ, ລາງວັນຊາວໜຸ່ມ ຫວຽດນາມ ດີເດັ່ນໄດ້ເຊີດຊູແບບຢ່າງໜຸ່ມດີເດັ່ນ 200 ຄົນ.
.