(ພິທີມອບລາງວັນ ດາວແດງ ປີ 2014)
(vovworld) – ໃນຂອບເຂດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 5 ອາຍຸການ 2014 – 2017. ຕອນຄໍ່າວັນທີ 30/08, ຢູ່ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນດາວແດງ ປີ 2014. ທີ່ພິທີ, ຄະນະຈັດຕັ້ງໄດ້ຍ້ອງຍໍນັກທຸລະກິດໜຸ່ມ 100 ຄົນທີ່ດີເດັ່ນປີ 2014. ນີແມ່ນບັນດາແບບຢ່າງດີເດັ່ນຂອງລຸ່ນນັກທຸລະກິດໃໝ່, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ມີຄວາມສຸດຈິດສຸດໃຈ ແລະ ບື່ນຕົວຂຶ້ນໃນສະພາບພື້ນຖານເສດຖະກິດຍັງປະສົບກັບຄວາມຫຍຸງຍາກ, ສິ່ງທ້າທາຍ ແລະ ເຊື່ອມໂຍງເຂົ້າກັບສາກົນຄືປະຈຸບັນ. ໃນຈຳນວນ ນັກທຸລະກິດໜຸ່ມດີເດັ່ນ 100 ຄົນ, ມີນັກທຸລະກິດໜຸ່ມດີເດັ່ນ 10 ຄົນ ໄດ້ຮັບລາງວັນດາວແດງປີ 2014. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິງ ຊີ້ແຈ້ງວ່າ.
“ລັດຖະບານສືບຕໍ່ມານະພະຍາຍາມກວ່າອີກໃນການຜະລິດ, ດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ສ້າງເງື່ອນໄຂສະດວກເພື່ອນໃຫ້ວິສາຫະກິດ, ນັກທຸລະກິດສ້າງຄວາມຮັ່ງມີຢ່າງຊອບທຳ, ກໍ່ສ້າງ ແລະ ພັດທະນາວິສາຫະກິດໃຫ້ນັບມື້ນັບເຕີບໃຫຍ່, ໝັ້ນຄົງ, ເຂັ້ມແຂງ. ຂ້າພະເຈົ້າເຊື່ອໝັ້ນວ່ານັກທຸລະກິດໜຸ່ມ 10 ຄົນທີ່ໄດ້ຮັບລາງວັນດາວແດງດີເດັ່ນໃນປີນີ້ ຈະສືບຕໍ່ “ບຸກທະລຸ”, ສົມເປັນບັນດານັກຮົບປະຈັນບານໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ”.