(VOVWORLD) -ຕອນຄ່ຳວັນທີ 22 ມີນາ, ຢູ່ແຂວງ ວິ້ງຟູ໊ກ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດພິທີມອບລາງວັນ ລິ໊ຕື້ຈ້ອງ ປີ 2020.
ພິທີມອບລາງວັນ ລິ໊ຕື້ຈ້ອງ
(ພາບ: TTXVN)
|
ທີ່ລາຍການ, ບັນດາພະນັກງານຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມໄດ້ມີພົບປະແລກປ່ຽນ, ແບ່ງປັນບັນດາເລື່ອງລາວຂອງພະນັກງານຄະນະຊາວໜຸ່ມລຸ້ນກ່ອນໆ ກ່ຽວກັບການຜັນຂະຫຍາຍຂະບວນການຊາວໜຸ່ມ, ດຶງດູດ, ເຕົ້າໂຮມຊາວໜຸ່ມເຂົ້າຮ່ວມການຕໍ່ສູ້, ການສ້າງສາ ແລະ ພັດທະນາປະເທດຊາດ. ຜ່ານນັ້ນກໍ່ລະດົມກຳລັງໃຈໃຫ້ພະນັກງານຄະນະຊາວໜຸ່ມລຸ້ນປະຈຸບັນ ສືບຕໍ່ສູ້ຊົນ, ມານະພະຍາຍາມຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອການພັດທະນາຂອງອົງການຈັດຕັ້ງຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ ອະນຸຊົນ.
ທີ່ລາຍການ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ມອບລາງວັນ ລິ໊ຕື້ຈ້ອງ ປີ 2020 ໃຫ້ພະນັກງານຊາວຄະນະໜຸ່ມດີເດັ່ນທີ່ເປັນແບບຢ່າງ 98 ຄົນ. ນີ້ແມ່ນບັນດາແບບຢ່າງຂອງຈິດໃຈປະຈັນບານ, ປະດິດຄິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກຂອງໄວໜຸ່ມ ໃນຄວາມມານະພະຍາຍາມບືນຕົວຂຶ້ນປະຕິບັດສຳເລັດໜ້າທີ່ຂອງວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ ອະນຸຊົນ.