ມອບສິດໃຫ້ແກ່ເດັກຍິງໃນທົ່ວໂລກ

(VOVWORLD) - ວັນທີ 11 ຕຸລາ, ໃນທົ່ວໂລກໄດ້ຕອບສະໜອງວັນເດັກຍິງສາກົນ (International Day of the Girl) ດ້ວຍຫົວຂໍ້ວ່າ “ມອບສິດໃຫ້ແກ່ເດັກຍິງກ່ອນ, ໃນ ແລະ ພາຍຫລັງບັນດາວິກິດການ”.
ມອບສິດໃຫ້ແກ່ເດັກຍິງໃນທົ່ວໂລກ - ảnh 1ພາບປະກອບ / AFP/TTXVN 

ເພື່ອຕອບສະໜອງເຫດການດັ່ງກ່າວ ສະຫະປະຊາຊາດໄດ້ອອກຖະແຫຼງການໂດຍເນັ້ນໜັກວ່າ: ເດັກຍິງ 1,1 ຕື້ຄົນຂອງໂລກ ພວມແມ່ນແຫຼ່ງສ້າງກຳລັງແຮງ, ພະລັງງານ ແລະ ມີຫົວຄິດປະດິດສ້າງ. ເດັກຍິງໃນທົ່ວໂລກ ລ້ວນແຕ່ໄດ້ຮັບການສຶກສາທີ່ດີກ່ວາ, ອັດຕາສ່ວນການມີຊີວິດສູງກ່ວາ, ໄດ້ຮັບການປົກປ້ອງດີກ່ວາ ພົ້ນອອກຈາກຮີດຄອງເອົາຜົວແຕ່ຄາວອາຍຸບໍ່ເຖິງກະສຽນ ແລະ ຖືກທຳຮ້າຍທາງເພດສຳພັນ, ມີເງື່ອນໄຂສຳຜັດກັບບັນດາແຫຼ່ງກຳລັງ, ມີສຸຂະພາບດີກ່ວາ ກໍ່ຄືອະນາຄົດດີງາມກ່ວາ. ເນື່ອງໃນໂອກາດນີ້ ຜູ້ອຳນວຍການໃຫຍ່ອົງການອານາໄມໂລກ (WHO) ທ່ານ Adhanom Ghebreyesus ຍົກອອກສານທີ່ຢືນຢັນວ່າ: ການລົບລ້າງບັນດາຄວາມສຳນຶກທີ່ຜິດພາດທາງເພດ ແມ່ນໜຶ່ງໃນບັນດາປັດໃຈສຳຄັນປະກອບສ່ວນປົກປ້ອງ, ຍົກສູງສຸຂະພາບ, ສະກັດກັ້ນພະຍາດໃຫ້ແກ່ເດັກຍິງ.

        ເນື່ອງໃນໂອກາດນີ້ ແຕ່ລະປີ ຈະດຳເນີນກອງປະຊຸມສຸດຍອດສະຫະປະຊາຊາດ ທີ່ແກ່ຍາວເປັນເວລາ 11 ວັນ ເພື່ອປຶກສາຫາລືກ່ຽວກັບສຸຂະພາບ, ຄວາມຜາສຸກ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ