ມອບຫຼຽນກາທີ່ລະນຶກ“ເພື່ອພາລະກິດສານ”ໃຫ້ຜູ້ຕາງໜ້າບັນດາອົງການສຳນັກງານການທູດ
ພິທີມອບຫຼຽນກາທີ່ລະນຶກ“ເພື່ອພາລະກິດສານ”
ໃຫ້ຜູ້ຕາງໜ້າບັນດາອົງການສຳນັກງານການທູດ
(ພາບ: doantan/TTXVN)
(vovworld) – ຕອນບ່າຍວັນທີ 15/9, ຢູ່ຮ້າໂນ້ຍ, ສານປະຊາຊົນສູງສຸດຈັດຕັ້ງການພົບປະສັງສັນກັບຜູ້ຕາງໜ້າບັນດາອົງການສຳນັກງານການທູດ ແລະ ອົງການຈັດຕັ້ງສາກົນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງສານປະຊາຊົນສູງສຸດ ຫວຽດນາມ ແລະ ມອບຫຼຽນກາທີ່ລະນຶກ “ເພື່ອພາລະກິດສານ” ໃຫ້ 57 ສ່ວນບຸກຄົນເປັນຕົວແທນຂອງບັນດາອົງການສຳນັກງານການທູດປະຈຳ ຫວຽດນາມ, ຊຶ່ງມີຜົນງານທີ່ດີເດັ່ນໃນການພັດທະນາລະບົບຂອງສານ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານສານປະຊາຊົນສູງສຸດ ເຈືອງຮ່ວາບິ່ງ ຖືວ່າ: ຄວາມຊ່ວຍເຫຼືອຈາກບັນດານັກອຸປະຖຳຕ່າງປະເທດ ໄດ້ປະກອບສ່ວນຊ່ວຍສານປະຊາຊົນ ຫວຽດນາມ ຍົກສູງຄຸນນະພາບຖັນແຖວຜູ້ພິພາກສາ, ປັບປຸງກົງຈັກ, ຍົດສູງຄຸນນະພາບການພິພາກສາ. ທ່ານ ເຈືອງຮ່ວາບິ່ງ ຊີ້ແຈ້ງວ່າ: ໃນໄລຍະຈະມາເຖິງ, ສານປະຊາຊົນສູງສຸດ ຈະສືບຕໍ່ເດີນຕາມເປົ້າໝາຍເພີ່ມທະວີຄວາມສາມາດຂອງຖັນແຖວຜູ້ພິພາກສາ, ເຮັດໃຫ້ບັນດາການເຄື່ອນໄຫວຕຸລາການເປັນກະຈ່າງແຈ້ງ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື່ອນໄຫວພິພາກສາ, ພ້ອມທັງເພີ່ມທະວີສຳພັດດ້ານຍຸຕິທຳຂອງປະຊາຊົນ, ຍົກສູງຄຸນນະພາບການພິພາກສາ.