ມາເລເຊຍມານະພະຍາ ຍາມຊຸກຍູ້ວຽກງານ ຊອກຫາເຮືອບິນຫາຍສາບສູນ


ມາເລເຊຍມານະພະຍາ ຍາມຊຸກຍູ້ວຽກງານ ຊອກຫາເຮືອບິນຫາຍສາບສູນ - ảnh 1

ການ​ຊອກ​ຫາ​ຢູ່​ມະຫາ​ສະມຸດ​ອິນ​ເດຍ

(ພາບ: CNN)

 (vovworld)- ​ໃນ​ການ​ປະຊຸມ​ຂ່າວ​ເມື່ອວັນ​ທີ 17/3, ທ່ານ Hishammuddin Hussein ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ທັງ​ເປັນຜູ້​ຮັກສາ​ການລັດຖະມົນຕີ​ກະຊວງ​ຄົມມະນາຄົມ ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ​ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ ​ໄດ້​​​ໂອ້ລົມ​ທາງ​ໂທລະສັບ​ກັບທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ ​ແລະ ນາຍົກລັດຖະມົນຕີຈີນ ​ເພື່ອ​ແນ​ໃສ່​ສົມທົບກັນ​ໃນ​ວຽກ​ງານ​ຊອກ​ຫາ​ເຮືອ​ບິນ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ ຖືກ​ຫາຍ​ສາບ​ສູນ​ນັບ​ແຕ່​ວັນ​ທີ 8/3. ມາ​ເລ​ເຊຍ ກໍ່​ໄດ້​ຝາກ​ຈົດ​ໝາຍ​ທາງ​ການ​ທູດ​ໄປ​ຍັງ​ບັນດາ​ປະ​ເທດ​ກ່ຽວຂ້ອງ​ໃນ​ບັ້ນຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ.

   ທີ່​ການ​ປະຊຸມ​ຂ່າວ, ທ່ານ​ລັດຖະມົນຕີ Hussein ຢືນຢັນ​ວ່າ: ວຽກ​ງານ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ໄດ້​ເລີ່​ມຕົ້ນຢູ່​ທັງ​ສອງ​ແລວ​ທາງ​ທິດ​ເໜືອ ​ແລະ ​ໃຕ້. ອົດ​ສະ​ຕາ​ລີ ​ແລະ ອິນ​ໂດ​ເນ​ເຊຍ ພ້ອມ​ກັບ​ມາ​ເລ​ເຊຍ, ຈີນ ​ແລະ ກາ​ຊັກ​ສະຖານ ​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ຊອກ​ຫາ. ກ່ຽວ​ກັບວຽກ​ງານ​ສືບສວນ​ຂອງ​ຕຳຫຼວດ, ທ່ານ Hussein ​ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 8/3, ຕຳຫຼວດ​ມາ​ເລ​ເຊຍ ​ໄດ້​ເລີ່​ມສືບສວນ​ຈຸ​ນັກ​ບິນ​ທັງ​ໝົດ​ໃນ​ຖ້ຽວ​ບິນ MH 370 ລວມມີ​ຫົວໜ້າ​ຈຸ, ຮອງ​ຫົວໜ້າຈຸ ກໍ່​ຄື​ບັນດາ​ພາລະ​ກອນ​ໜ້າດິນ​ທີ່​ກ່ຽວຂ້ອງ​ເຖິງ​ຖ້ຽວ​ບິນ​ດັ່ງກ່າວ./.

ຂ່າວ/ບົດ​ອື່ນ