ມຽນມາແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນກັນນ້ຳແຕກ

(VOVWORLD) -ວົງການເຈົ້າໜ້າທີ່ມຽນມາ ແຈ້ງວ່າ, ໄລ່ມາມາຮອດວັນທີ 30 ສິງຫາ ມີ 2 ຄົນຖືກຫາຍສາບສູນໃນເຫດເຂື່ອນກັນນ້ຳ Swar Chaung ຢູ່ເຂດ Bago ແຕກກ່ອນໜ້ານັ້ນໜຶ່ງວັນ.

ມຽນມາແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນກັນນ້ຳແຕກ - ảnh 1 ມຽນມາແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນກັນນ້ຳແຕກ

(ພາບ: TTXVN)

ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, 2 ຄົນທີ່ຫາຍສາບສູນນັ້ນ ຄາດວ່າຖືກໄຫຼໄປພັດຕາມສາຍນ້ຳ ເມື່ອເຂື່ອນກັນນ້ຳແຕກ, ກໍ່ໃຫ້ເກີດນ້ຳຖ້ວມຢ່າງຮ້າຍແຮງຢູ່ 2 ເທດສະບານເມືອງໃກ້ຄຽງແມ່ນ Swar ແລະ Yedashe ແລະ 85 ໝູ່ບ້ານທີ່ຢູ່ໃກ້ໆນັ້ນ.

        ໃນຂະນະນັ້ນ, ສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ, ເຫດເຂື່ອນກັນນ້ຳແຕກໄດ້ເຮັດໃຫ້ປະຊາຊົນ 65.000 ຄົນຕ້ອງປະລະເຮືອນຊານ. ຮອດຕອນເຊົ້າວັນທີ 30 ສິງຫາ, ນ້ຳໄດ້ເລີ່ມຫຼຸດລົງ ແລະ ຕາມອຳນາດການປົກຄອງເທດສະບານເມືອງ Yedashe ແລ້ວ, ປະຊາຊົນທີ່ດຳລົງຊີວິດຢູ່ເຂດພື້ນທີ່ດິນສູງກວ່າໄດ້ເລີ່ມກັບເມືອບ່ອນຢູ່ອາໄສຂອງຕົນແລ້ວ. ປະຈຸບັນ, ມີປະຊາຊົນກວ່າ 12.600 ຄົນພວມອາໄສຢູ່ເຂດຕູມຊົ່ວຄາວ.

        ພາຍຫຼັງເຫດເຂື່ອນກັນນ້ຳແຕກ, ກຳລັງກູ້ໄພກູ້ຊີບ ແລະ ທະຫານໄດ້ນຳເອົາເຮືອກູ້ໄພໄປຊ່ວຍປະຊາຊົນນັບພັນຄົນທີ່ຖືກຕິດຄ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ