ມຽນ​ມາ ຈັດ​ວາງ​ກົດ​ໄອ​ຍະ​ການ​ເສິກ ໃນ​ບາງ​ແຫ່ງ​ຢູ່ Yangon

(VOVWORLD) -ວັນທີ 14 ມີນາ, ສະພາບໍລິຫານແຫ່ງລັດ ມຽນມາ ໄດ້ຈັດວາງກົດໄອຍະການເສິກ ຢູ່ເມືອງ Hlaingthaya ແລະ Shwe Pyi Thar ຢູ່ນະຄອນ Yangon.
ມຽນ​ມາ ຈັດ​ວາງ​ກົດ​ໄອ​ຍະ​ການ​ເສິກ ໃນ​ບາງ​ແຫ່ງ​ຢູ່ Yangon - ảnh 1ຜູ້ແຫ່ຂະບວນປະທ້ວງເຕົ້າໂຮມກັນຢູ່ ນະຄອນ Yangon (ພາບ:  AFP/TTXVN)

ສື່ມວນຊົນແຫ່ງລັດ ມຽນມາ ໄດ້ໃຫ້ຂ່າວວ່າ  ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, ສະພາບໍລິຫານແຫ່ງລັດ ມຽນມາ ໄດ້ມອບສິດໃຫ້ຜູ້ບັນຊາການເຂດ Yangon ໄດ້ຈັດວາງກົດໄອຍະການເສິກ. ຕາມສື່ມວນຊົນຂອງປະເທດປະຈຳຖິ່ນແລ້ວ, ຂໍ້ຕົກລົງດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທີ່ໂຮງງານບາງແຫ່ງທີ່ຕັ້ງຢູ່ບັນດາສະຖານທີ່ດັ່ງກ່າວຖືກຈູດເຜົາທຳລາຍ.

        ນັບແຕ່ວັນທີ 1 ກຸມພາ, ກອງທັບ ມຽນມາ ໄດ້ປະກາດສະພາວະສຸກເສີນທີ່ແກ່ຍາວເປັນເວລາ 1 ປີ. ສິດອຳນາດແຫ່ງລັດ ໄດ້ຖືກມອບໂອນໃຫ້ແກ່ທ່ານຈອມພົນ Min Aung Hlaing ຜູ້ບັນຊາການທະຫານສູງສຸດ, ປະທານສະພາບໍລິຫານແຫ່ງລັດ ທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ