(VOVWORLD) -ວັນທີ 11 ສິງຫາ, ແຫຼ່ງຂ່າວຈາກສະພາກາແດງຫວຽດນາມ ໃຫ້ຮູ້ວ່າ, ລາຍການສົ່ງຂໍ້ຄວາມ “ເພື່ອປະຊາຊົນເຂດຖືກນ້ຳຖ້ວມ” ໄດ້ຮັບກວ່າ 21.000 ຂໍ້ຄວາມ, ເທົ່າກັບຈຳນວນເງິນເກືອບ 430 ລ້ານດົ່ງ.
(ພາບປະກອບ: TTXVN)
|
ລາຍການສົ່ງຂໍ້ຄວາມ “ເພື່ອປະຊາຊົນເຂດຖືກນ້ຳຖ້ວມ” ເຊິ່ງສູນກາງສະພາກາແດງຫວຽດນາມ, ປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 ຜັນຂະຫຍາຍ ນັບແຕ່ວັນທີ 08 ກໍລະກົດ ຫາວັນທີ 04 ກັນຍາ 2018, ຂໍ້ຄວາມແຕ່ລະຂໍ້ນັ້ນແມ່ນໄດ້ປະກອບ 20.000 ດົ່ງ. ເປົ້າໝາຍຂອງລາຍການແມ່ນຂົນຂວາຍໄດ້ຢ່າງໜ້ອຍສຸດແມ່ນ 1,5 ຕື້ດົ່ງ ເພື່ອໜູນຊ່ວຍກັບສິນຄ້າຄອບຄົວ, ປຸກສ້າງ, ຊ້ອມແປງເຮືອນຊານ, ສ້າງແຫຼ່ງດຳລົງຊີວິດໃຫ້ບັນດາຄອບຄົວຖືກເສຍຫາຍຢ່າງໜັກໜ່ວງຍ້ອນນ້ຳຖ້ວມ ແລະ ດິນເຊາະເຈືອນຢູ່ບັນດາແຂວງທາງພາກເໜືອໃນໄລຍະຜ່ານມາ.