ມື້ເຮັດວຽກທີ 9 ຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 11
ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 11
(ພາບ: ອິນເຕີແນດ)
(vovworld) – ຕອນເຊົ້າວັນທີ 8/10 ແມ່ນມື້ເຮັດວຽກທີ 9 ຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 11, ບັນດາຜູ້ແທນໄດ້ເຮັດວຽກຢູ່ຕາມໜ່ວຍ ເພື່ອຄົ້ນຄ້ວາ, ປະກອບຄວາມເຫັນໂດຍກົງໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ບັນດາຮ່າງມະຕິ, ຂໍ້ສະຫຼຸບຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 11. ຕອນບ່າຍຂອງວັນດຽວກັນ, ກົມການເມືອງໄດ້ປະຊຸມ ແລະ ໃຫ້ຄຳເຫັນກ່ຽວກັບເລື່ອງຮັບເອົາ ແລະ ອະພິປາຍຄວາມເຫັນປຶກສາຫາລືຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບບັນດາບັນຫາຍື່ນສະເໜີຕໍ່ກອງປະຊຸມ.