ຢັ້ງຢືນຄຸນນະທາດນຳໜ້າຂອງສື່ມວນຊົນໃນການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ
(VOVWORLD) - ໃນໄລຍະຈະມາເຖິງ, ຄວນສືບຕໍ່ຍູ້ແຮງການໂຄສະນາ ເພື່ອໃຫ້ມີບັນດາຜະລິດຕະພັນດີເດັ່ນເຂົ້າຮ່ວມການເສັງຫລາຍກ່ວາອີກ.
ກອງປະຊຸມກວດກາຄວາມຄືບໜ້າການຜັນຂະຫຍາຍການມອບລາງວັນສື່ມວນຊົນທົ່ວປະເທດ (ພາບ: nhandan.com.vn) |
ວັນທີ 07 ມີນາ, ທີ່ຮ່າໂນ້ຍ, ທ່ານ ເຈິ່ນແທງເໝີນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມກວດກາຄວາມຄືບໜ້າການຜັນຂະຫຍາຍການມອບລາງວັນສື່ມວນຊົນທົ່ວປະເທດທີ່ມີຫົວຂໍ້ວ່າ: “ສື່ມວນຊົນກັບວຽກງານຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ” ຄັັ້ງທີ 2 ປີ 2018 – 2019.
ພິທີສະຫລຸບ ແລະ ມອບລາງວັນສື່ມວນຊົນ: “ສື່ມວນຊົນກັບວຽກງານຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ” ຄັັ້ງທີ 2 ປີ 2018 – 2019 ຈະໄດ້ຈັດຕັ້ງໃນເດືອນ ສິງຫາ ປີ 2019. ນີ້ຈະແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 9 ອາຍຸການ 2019 – 2024 ຈະດຳເນີນໃນວັນທີ 19 ກັນຍາ ປີ 2019.
ເມື່ອຮັບຮູ້ການປະກອບສ່ວນຂອງຄະນະຈັດຕັ້ງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີນ ຖືວ່າ: ໃນໄລຍະຈະມາເຖິງ, ຄວນສືບຕໍ່ຍູ້ແຮງການໂຄສະນາ ເພື່ອໃຫ້ມີບັນດາຜະລິດຕະພັນດີເດັ່ນເຂົ້າຮ່ວມການເສັງຫລາຍກ່ວາອີກ.