ຢຸດຕິການຈັດຕັ້ງເວທີປາໄສ ໂປອາວ 2020 ໂດຍຊົ່ວຄາວ
(VOVWORLD) -BFA 2020 ຈະບໍ່ດຳເນີນຕາມແຜນການທີ່ໄດ້ວາງອອກ ນັ້ນແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 24 – 27 ມີນາ ຈະມາເຖິງຢູ່ ໂປອາວ, ແຂວງ ໄຮ່ຫນານ, ທາງພາກໃຕ້ປະເທດຈີນ.
(ພາບປະກອບ: THX/TTXVN)
|
ວັນທີ 09 ມີນາ, ຄະນະຈັດຕັ້ງເວທີປາໄສ ໂປອາວ (BFA) 2020 ໄດ້ປະກາດຢ່າງເປັນທາງການວ່າ: ຢຸດຕິການຈັດຕັ້ງເຫດການປະຈຳປີ( ເວທີປາໄສ ໂປອາວ) ໂດຍຊົ່ວຄາວ. ຕາມສຳນັກຂ່າວສານ ຊີນຮົວ ແລ້ວ, BFA 2020 ຈະບໍ່ດຳເນີນຕາມແຜນການທີ່ໄດ້ວາງອອກ ນັ້ນແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 24 – 27 ມີນາ ຈະມາເຖິງຢູ່ ໂປອາວ, ແຂວງ ໄຮ່ຫນານ, ທາງພາກໃຕ້ປະເທດຈີນ. ເຫດຜົນແມ່ນເພື່ອແນໃສ່ສະໜັບສະໜູນ ແລະ ສົມທົບບັນດາມາດຕະການເຊິ່ງລັດຖະບານ ແລະ ບັນດາປະເທດໃນໂລກພວມຈັດວາງເພື່ອຄວບຄຸມໂລກລະບາດ Covid-19. ເວທີປາໄສ BFA ແມ່ນໜຶ່ງໃນບັນດາກອງປະຊຸມເຈລະຈາສຳຄັນລະຫວ່າງບັນດາປະເທດອາຊີ ແລະ ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ເຊິ່ງໄດ້ຮັບການຈັດຕັ້ງປະຈຳປີ.