ຢູແກຼນ ຕົກລົງເຈລະຈາກັບ ລັດເຊຍ ຢູ່ເຂດຊາຍແດນ ເບລາຣຸດ
(VOVWORLD) -ວັນທີ 27 ກຸມພາ, ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີເປັນເອກະພາບດຳເນີນການເຈລຈາ “
ໂດຍບໍ່ມີເງື່ອນໄຂ” ຢູ່ເບລາຣຸດ. ຄະນະປະຕິບັດງານຂອງ ລັດເຊຍ ໄດ້ເດີນທາງໄປຍັງເຂດ Gomel ຢູ່ຊາຍແດນລະຫວ່າງ ຢູແກຼນ ແລະ ເບລາຣຸດ ເພື່ອເຈລະຈາ.
ທ່ານປະທານາທິບໍດີຢູແກຼນ Volodymyr Zelensky ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AP) |
ສ່ວນຝ່າຍຄະນະຜູ້ແທນຂອງ ຢູແກຼນ ນຳໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ Mykola Tochytskyi ໄດ້ເດີນທາງໄປຍັງສະຖານທີ່ເຈລະຈາ. ຢູແກຼນ ໄດ້ຕົກລົງເຈລະຈາພາຍຫຼັງ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky. ຫຼັກຈາກນັ້ນ, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ຕິດຕໍ່ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin.