(vovworld) – ວັນທີ 06/07, ໂຄສົກສູນການຂ່າວສະພາປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດຢູແກຼນ ທ່ານ Andrey Lysenko ຖະແຫຼງວ່າ ກອງທັບປະເທດນີ້ຈະບໍ່ຖິ້ມລະເບີດໃສ່ບັນດາເຂດຊຸມຊົນຢູ່ທິດຕາເວັນອອກ - ພາກໃຕ້, ສະຖານທີ່ເຊິ່ງອຳນາດການປົກຄອງພວມດຳເນີນບັ້ນການທະຫານຕ້ານຜູ້ແຫ່ຂະບວນປະທ້ວງຮຽກຮ້ອງຫັນເປັນສະຫະພັນ. ທ່ານ Andrey Lysenko ໃຫ້ຮູ້ວ່າ ກອງທັບ, ກຳລັງຮັກສາ ແລະ ທະຫານເຂດຊາຍແດນ ຢູແກຼນ ຈະບຸກໂຈມຕີທາງອາກາດ ແລະ ຍິງປືນໃຫຍ່ໃສ່ຂະບວນລົດໂອໂຕທີ່ເຄື່ອນຍ້າຍ, ແຕ່ບໍ່ຖິ້ມລະເບີດໃສ່ບັນດາເຂດຊຸມຊົນ. ກໍ່ຕາມຄຳເວົ້າຂອງທ່ານ Andrey Lysenko ແລ້ວ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Petro Poroshenko ພຽງຖະແຫຼງຢຸດຍິງ ຖ້າຫາກກຳລັງຝ່າຍຄ້ານປະລະອາວຸດ, ປ່ອຍບັນດາຕົວປະກັນ ແລະ ກອງທັບຄວບຄຸມເຂດຊາຍແດນຄືນໃໝ່ ພ້ອມກັບຜູ້ຕາງໜ້າຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ.