ລັດຖະດຳລັດຈຳກັດຄົນເຂົ້າເມືອງຂອງປະທານາທິບໍດີອາເມລິກາເລີ່ມມີຜົນສັກສິດຢ່າງເປັນທາງການ
(VOVWORLD) -ລັດຖະດຳລັດຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບການຈຳກັດພົນລະເມືອງ 6 ປະເທດອິດສະລາມ ເຂົ້າເມືອງໄດ້ເລີ່ມມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 30 ມິຖຸນາ, ພາຍຫຼັງສານສູງສຸດອາເມລິກາ ອອກຄຳຕັດສິນອະນຸຍາດຜັນຂະຫຍາຍລັດຖະດຳລັດສ່ວນໜຶ່ງ.
ລັດຖະດຳລັດຈຳກັດຄົນເຂົ້າເມືອງຂອງປະທານາທິບໍດີອາເມລິກາ
ເລີ່ມມີຜົນສັກສິດຢ່າງເປັນທາງການ
(ພາບປະກອບ: EPA/TTXVN)
|
ໜຶ່ງໃນບັນດາເນື້ອໃນຂອງລັດຖະດຳລັດເຊິ່ງສານອະນຸຍາດໃຫ້ຜັນຂະຫຍາຍລວມມີການຢຸດຕິເຂົ້າເມືອງອາເມລິກາ ເປັນເວລາ 120 ວັນ “ສຳລັບບັນດາສ່ວນບຸກຄົນຊາວຕ່າງປະເທດທີ່ບໍ່ສາມາດພິສຸດໄດ້ການພົວພັນຖືກຕາມກົດໝາຍກັບພົນລະເມືອງ, ຍາດຕິພີນ້ອງ ຢູ່ອາເມລິກາ”.
ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຊົມເຊີຍຄຳຕັດສິນຂອງສານສູງສຸດອາເມລິກາ ໂດຍທັນທີ, ຖືວ່າ ນີ້ແມ່ນໄຊຊະນະຢ່າງຈະແຈ້ງສຳລັບຄວາມປອດໄພແຫ່ງຊາດ. ພາຍຫຼັງສານສູງສຸດອາເມລິກາ ຍົກອອກຄຳຕັດສິນດັ່ງກ່າວ, ກະຊວງປ້ອງກັນພາຍໃນປະເທດຢືນຢັນວ່າ ຈະປະຕິບັດຄຳສັ່ງຫ້າມເຂົ້າເມືອງຊົ່ວຄາມຂອງລັດຖະບານປະທານາທິບໍດີ Donald Trump ຢ່າງມີປະສິດທິຜົນ ແລະ ເປີດເຜີຍ.