ລັດຖະບານຄວບຄຸມໄພເງິນເຟີ້ສຳເລັດຜົນ, CPI ປີ 2017 ເພີ່ມຂຶ້ນ 3,53%

(VOVWORLD) - ດັດຊະນີການໃຊ້ສອຍສະເລ່ຍປີ 2017 ເພີ່ມຂຶ້ນ 3,53% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຕ່ຳກ່ວາລະດັບຄາດໝາຍເຊິ່ງສະພາແຫ່ງຊາດວາງອອກແຕ່ຕົ້ນປີ
ລັດຖະບານຄວບຄຸມໄພເງິນເຟີ້ສຳເລັດຜົນ, CPI ປີ 2017 ເພີ່ມຂຶ້ນ 3,53% - ảnh 1 ພາບປະກອບ

ຕາມກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ດັດຊະນີລາຄາໃຊ້ສອຍໃນເດືອນທັນວາ ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ດັດຊະນີການໃຊ້ສອຍສະເລ່ຍປີ 2017 ເພີ່ມຂຶ້ນ 3,53% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຕ່ຳກ່ວາລະດັບຄາດໝາຍເຊິ່ງສະພາແຫ່ງຊາດວາງອອກແຕ່ຕົ້ນປີ. ດັ່ງນັ້ນ, ຄາດໝາຍຄວບຄຸມໄພເງິນເຟີ້ຂອງ ລັດຖະບານ ໄດ້ບັນລຸຜົນສຳເລັດ. ທ່າ ຫງວຽນບີກເລີມ, ຫົວໜ້າກົມໃຫຍ່ ສະຖິຕິ ຫວຽດນາມ, ໃຫ້ຮູ້ວ່າ:

        “ປີນີ້ແມ່ນປີທີ ສອງ ຢ່າງລຽນຕິດ, ພວກເຮົາຄວບຄຸມໄພເງິນເຟີ້ປະສົບຜົນສຳເລັດ ແລະ ມີບັນດາການບໍລິຫານນະໂຍບາຍການເງິນ, ເງິນຕາເປັນຢ່າງດີ. ພິເສດ, ຜົນສຳເລັດຂອງປີນີ້ແມ່ນຍ້ອນການຄວບຄຸມໄພເງິນເຟີ້ເປັນຢ່າງດີ, ພວກເຮົາມີການດັບປັບບໍລິການສາທາລະນະສຸກ, ລາຄາບໍລິການການສຶກສາ, ລາຄາໄຟຟ້າເພື່ອໃຫ້ລາຄາບັນດາປະເພດສິນຄ້າຍຸດທະສາດໂດຍລັດຄຸ້ມຄອງຄ່ອຍໆສຳພັດກັບກົນໄກຕະຫຼາດ. ດ້ວຍການຊີ້ນຳບໍລິຫານຢ່າງໃກ້ຊິດຂອງລັດຖະບານ, ໄພເງິນເຟີ້ໄດ້ຖືກຄວບຄຸມເປັນຢ່າງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ