ລັດຖະບານຈັດກອງປະຊຸມນັດສາມັນເດືອນ 2

ລັດຖະບານຈັດກອງປະຊຸມນັດສາມັນເດືອນ 2  - ảnh 1
ກອງປະຊຸມນັດສາມັນເດືອນ 2/2013
(ພາບ: chinhphu.vn)


(vovworld) – ຍູ້​ແຮງ​ການ​ແກ້​ໄຂ​ໜີ້​ເສຍ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ລະບົບ​ທະນາຄານ​ຄືນ​ໃໝ່; ບໍ່​ປະ​ໃຫ້​ທະນາຄາ​ດທີ່ອ່ອນ​ດ້ອຍ ກໍ່​ຄວາມ​ວຸ່ນວາຍ​ໃຫ້ຕະຫຼາດ​ການ​ເງິນ, ​ເງິນຕາ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ນາຍົກ​ລັກ​ຖະມົນຕີ ຫງວຽນ​ເຕິ໋ນຢຸງ ທີ່​ກອງ​ປະຊຸມ​ນັດ​ສາມັນເດືອນ 2 ​​ຂອງ​ລັດຖະບານ​, ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 28/2 ຢູ່​ສຳນັກງານ​​ລັດ​ຖະບານ. ທ່ານນາຍົກ​ລັກ​ຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຕ່າງໆ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ໜູນ​ຊ່ວຍ​ຢ່າງ​ທັນ​ການ ​ເພື່ອ​ແນ​ໃສ່​ຮັກສາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ນັບ​ທັງ​​ໃນ​ຂະ​ແໜງອຸດສາຫະກຳ, ກະ​ສີ​ກຳ ​ແລະ ການ​ບໍລິການ ຕິດ​ພັນ​ກັບ​ການ​ປ່ອຍ​​ແຫຼ່ງ​ເງິນ​ລົງທຶນ​ຂອງ​ລັດ; ສົ່ງ​ເສີມ​ບັນດາ​ແຫຼ່ງກຳລັງ​​ພາຍ​ໃນ ​ແລະ ຕ່າງປະ​ເທດ ກໍ່​ຄື​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ​ ຊີ້​ນຳ​ຫຼຸດຜ່ອນ​ອັດຕາດອກ​ເບ້ຍ ​​ແລະ ​ເພີ່ມ​ສິນ​ເຊື່ອຢ່າງ​ເໝາະ​ສົມ. ພ້ອມ​ທັງ​ສືບ​ຕໍ່​ຮັກສາ​ອັດຕາ​ແລກປ່ຽນ​ເງິນຕາ​ໃຫ້​ເປັນ​ປົກກະຕິ, ຍູ້​ແຮງ​ການ​ແກ້​ໄຂ​ໜີ້​ເສຍ​ໃນ​ລະບົບ​ທະນາຄານ. ທ່ານນາຍົກ​ລັກ​ຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ:

        “​ທະນາຄານ​ຕ້ອງ​​ຮັບຜິດຊອບແກ້​ໄຂໜີ້​ເສຍຢ່າງ​ເດັດຂາດ, ຫັກ​ເງິນຈາກ ກອງ​ທຶນສຳຮອງ​ເພື່ອ​ແກ້​ໄຂ, ຫຼັງ​ຈາກ​ນັ້ນ​ຈະ​ສ້າງ​ໂຄງ​ປະກອບ​ໜີ້​ເສຍ​ຄືນ​ໃໝ່. ພວກ​ເຮົາ​ຕ້ອງ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ຢ່າງ​ເດັດຂາດ ​ເພື່ອ​ບໍ່​ປະໃຫ້​​ທະນາຄານ​ທີ່​ອ່ອນ​ດ້ອຍ​ກໍ່​ຄວາມ​ວຸນວາຍ​ໃຫ້ຕະຫຼາດ​ການ​ເງິນ ​ເງິນຕາ, ກໍ່​ຄວາມ​ວິຕົກ​ກັງວົນ​ໃຫ້​ພື້ນຖານ​ເສດຖະກິດ. ຕ້ອງ​ນຳ​ໃຊ້​ທຸກ​ວິທີ​ເພື່ອສ້າງ​ກົນ​ໄກ, ຂໍ້​ກຳນົດ ​ແນ​ໃສ່​ຄວບ​ຄຸມ​ບັນຫາ​ນີ້​ຢ່າງ​ເຄັ່ງ​ຄັດ“

        ທ່ານນາຍົກ​ລັກ​ຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​​ແນະນຳ​ໃຫ້ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ ສືບ​ຕໍ່​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ, ​ໂຄງການ​ຮັບປະກັນ​ຊີວິດ​ສັງຄົມ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ສຸມ​ໃສ່​ແກ້​ໄຂ​ການ​ຮ້ອງ​ຟ້ອງ, ກ່າວ​ຟ້ອງ​ຂອງ​ພົນລະ​ເມືອງ, ຜັນ​ຂະຫຍາຍ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນຸ​ນປີ 1992 ສະບັບ​ປັບປຸງ.

        ​ແລະ​ກໍ່​ຢູ່​ທີ່​ກອງ​ປະຊຸມ​ນັດ​ສາມັນ​ເດືອນ 2 ຂອງ​ລັດຖະບານ, ທ່ານນາຍົກ​ລັກ​ຖະມົນຕີ ຫງວຽນ​ເຕິ໋ນຢຸງ  ພ້ອມ​ກັບ​ບັນດາ​ສະມາຊິກ​ໃນ​ລັດຖະບານ​ໄດ້​ປະກອບ​ຫຼາຍ​ຄຳ​ເຫັນ​ ທີ່​ກ່ຽວ​ຂ້ອງ​ເຖິງ​ແຜນ​ຮ່າງ, ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍູ້​ແຮງ​ວຽກ​ງານ​ຮັກສາ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ.
ຂ່າວ/ບົດ​ອື່ນ