(vovworld) – ຕອນເຊົ້າວັນທີ 20/3, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ເປັນປະທານວາລະປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍຂອງລັດຖະບານ. ລັດຖະບານສຸມໃສ່ຕີລາຄາສະພາບການປະກາດໃຊ້ເອກະສານກຳນົດລະອຽດລະອຽດການປະຕິບັດກົດໝາຍ, ລັດຖະດຳລັດ ກໍ່ຄືສະພາບການຮຽບຮຽງບັນດາຮ່າງກົດໝາຍ, ລັດຖະດຳລັດຂອງລັດຖະບານ, ບັນດາກະຊວງ, ຂະແໜງການ. ວາລະປະຊຸມຫົວເລື່ອງສະເພາະຂອງລັດຖະບານ ກໍ່ສຸມໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບເຊິ່ງນອນໃນແຜນການເຄື່ອນໄຫວສ້າງກົດໝາຍ, ລັດຖະດຳລັດໄຕມາດທີ 1/2014. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢືນຢັນຄວາມສຳຄັນຂອງວຽກງານສ້າງກົດໝາຍ, ລັດຖະດຳລັດ ແລະ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ ສຸມໃສ່ຊີ້ນຳວຽກງານນີ້ເປັນຢ່າງດີ ເພື່ອຍົກສູງປະສິດທິຜົນຂອງການຄຸ້ມຄອງລັດ. ພ້ອມກັນນັ້ນແມ່ນຍູ້ໄວຄວາມຄືບໜ້າໃນການປະກາດໃຊ້ບັນດາເອກະສານນິຕິກຳແນະນຳການປະຕິບັດກົດໝາຍ, ລັດຖະດຳລັດຢ່າງລະອຽດ, ເພື່ອໃຫ້ພາຍຫຼັງກົດໝາຍມີຜົນສັດສິດຈະກ້າວເຂົ້າສູ່ຊີວິດຢ່າງແທດຈິງ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກຂອງລັດຖະບານ ໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍນາຍພົນທະຫານກອງທັບປະຊາຊົນ ຫວຽດນາມ ແລະ ຮ່າງກົດໝາຍວ່າດ້ວຍຕຳຫຼວດ ປະຊາຊົນ (ສະບັບປັບປຸງ).