ລັດຖະບານຈະໜູນຊ່ວຍປະຊາຊົນເມື່ອລາຄາໄຟຟ້າເພີ່ມຂຶ້ນ

ລັດຖະບານຈະໜູນຊ່ວຍປະຊາຊົນເມື່ອລາຄາໄຟຟ້າເພີ່ມຂຶ້ນ - ảnh 1
ພາບປະກອບ

 (vovworld) – ຕອນ​ບ່າຍ​ວັນ​ທີ 30/7, ທີ່​ການ​ປະຊຸມ​ຂ່າວນັດ​ສາມັນ​ເດືອນ 7/2013 ຂອງ​ລັດຖະບານ, ທ່ານ​ລັດຖະມົນຕີ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ: ​ແຜນ​ນະ​ໂຍບາຍ​ລວມຂອງ​ພັກ, ລັດ ​ແມ່ນ​ປັບປຸງ​ລາຄາ​​ໄຟຟ້າ​ຕາມ​ກົນ​ໄກ​ຕະຫຼາດ. ຕາມ​ທ່ານ​ລັດຖະມົນຕີ​ແລ້ວ, ຖ້າ​ຫາກ​ເພີ່ມ​ລາຄາ​ໄຟຟ້າ​ໃນ​ທັນທີ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ກຳລັງ​ຄວາມ​ແກ່ງ​ແຍ້​ງ. ນີ້​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ່ ອະທິບາຍ​ໃຫ້​ເຫັນ​ວ່າ: ​​ເປັນ​ຫຍັງໃນ​ຊຸມ​ປີຜ່ານມາ, ບໍ່​ສາມາດ​ປັບປຸງ​ລາຄາ​ໄຟຟ້າ​ໃນ​ພາບດຽວ​ ຫາກ​ຕ້ອງ​ປະຕິບັດ​ຕາມຂັ້ນ​ຕອນ. ລັດຖະບານຢືນຢັນ​ວ່າ: ​ເມື່ອ​ປັບປຸງ​ລາຄາ​ໄຟຟ້າ, ​ແທນ​ທີ​ໜູນ​ຊ່ວຍ​ໃຫ້​ຂະ​ແໜງ​ໄຟຟ້າ, ລັດຖະບານ​ຈະ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ, ພ້ອມ​ທັງ​ສົງ​ເສີມ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ປ່ຽນ​ໃໝ່​ເຕັກ​​ໂນ​ໂລ​ຢີ. ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ:

“ພວກ​ຂ້າພະ​ເຈົ້າ​ຢືນຢັນ​ວ່າ: ສຳລັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ຖ້າ​ຫາກ​ໄດ້​ຮັບ​ການ​ອະທິບາຍ​ຢ່າງ​ຄົບ​ຖ້ວນ​ ປະຊາຊົນ​ຈະ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຫຼາຍ. ພວກ​ເຮົາ​ຕ້ອງ​ມຸ່ງ​ໄປ​ເຖິງ​ລາຄາ​ການ​ຕະຫຼາດ​ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ຕ້ອງ​ມີເງື່ອນ​ໄຂ​ກົນ​ໄກ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ຜູ້​ມີ​ລາຍ​ຮັບ​ຕຳ່ ​ແລະ ຄົນ​ທຸກ​ຍາກ. ​ແລະ​ມີ​ກົນ​ໄກ​ໜຶ່ງ​ອີກ​ແມ່ນ​ສົ່ງ​ເສີ​ມບັນດາ​ວິ​ສາ​ຫະກິດ​ບໍ່​ພຽງ​ແຕ່​ເວົ້າ​ຊື່ໆເທົ່າ​ນັ້ນ ຫາກ​ຕ້ອງ​ມີ​ກົນ​ໄກ​ດ້ານ​ການ​ເງິນ​ນະ​ໂຍບາຍ​ພາສີ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ​ກ່ວາ ​ແລະ ປະຢັດ​ພະລັງງານ​ກ່ວາ​ອີກ.”

        ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍ​ການເກັບ​ຊື້​ສະ​ສົມ​ເຂົ້າສານ 1 ລ້ານ​ໂຕນ​ແຕ່​ວັນ​ທີ 15/6, ທ່ານ​ລັດຖະມົນຕີ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ: ລັດຖະບານ​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ວິ​ສາ​ຫະກິດຫົວ​ຕໍ່ ​ເພື່ອ​ເກັບ​ຊື້​ສະ​ສົມ​​ເຂົ້າສານ​ຊົ່ວຄາວ​ເມື່ອ​ບໍ່​ທັນ​ສົ່ງ​ອອກ​ໄດ້. ​ເລື່ອງ​ເກັບ​ຊື້​ເຂົ້າສານ​ສະ​ສົມ​ຊົ່ວ​ຄາວ​ມີ​ຄວາມໝາຍ​ວ່າວິ​ສາ​ຫະກິດ ຫຼື ລັດຖະບານ​ມີ​​ນະ​​ໂຍບາຍ ຊື້ຜະລິດ​ຕະພັນ​ທັງ​ໝົດ​ໃຫ້​ແກ່​ປະຊາຊົນ.

ຂ່າວ/ບົດ​ອື່ນ