ລັດຖະບານປາກິສະຖານແລະທະຫານກະບົດຕາລີບານເຊື່ອມຕໍ່ການເຈລະຈາສັນຕິພາບ

ລັດຖະບານປາກິສະຖານແລະທະຫານກະບົດຕາລີບານເຊື່ອມຕໍ່ການເຈລະຈາສັນຕິພາບ - ảnh 1
ພາບປະກອບ:internet


(vovworld) - ວັນ​ທີ 5/3, ບັນດາ​ນັກ​ເຈລະຈາ​ຂອງ​ລັດຖະບານ ປາ​ກິ​ສະຖານ ​ແລະ ທະຫານ​ກະບົດ ຕາ​ລີ​ບານ ​ເຊື່ອມ​ຕໍ່​ບັນດາ​ກາ​ນ​ເຈລະຈາ​ສັນຕິພາບ ພ້ອມ​ທັງ​ຖະ​ແຫລ​ງພ້ອມ​ແລ້ວ​ມຸ່ງ​​ໄປ​ເຖິງ​ໄລຍະ​ທີ 2 ມີ​ລັກສະນະ​ຕັດສິນ​ຊີ້​ຂາດ, ​ໂດຍ​ບໍ່​ຫົວ​ຊາ​ຕໍ່ການ​ບຸກ​ໂຈມ​ຕີຂອງ​ພວກ​ທະຫານ​ກະ​ບົດ​ຫວ່າງ​ແລ້ວ​ນີ້ ຊ່ຶງ​ເຮັດ​ໃຫ້ນັກຮົບ 6 ຄົນ​ຖືກ​ເສຍ​ຊີວິດ. ການ​ເຈ​ລະ​ຈາ​ດຳ​ເນີນ​ໄປ​ຢູ່ Akora Khattak, ຫ່າງ​ຈາກ​ນະຄອນ Peshawar ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ປາ​ກິດ​ສະຖານ​ປະມານ 50 ກິ​ໂລ​ແມັດ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ, ຜູ້ຕາງຫນ້າ​ລັດຖະບານ ປາ​ກິດ​ສະຖານ, ທ່ານ Irfan Siddiqui ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ບັນລຸ​ໄດ້​ຄວາມ​ຄືບ​ຫນ້າ​ຄື​ຄວາມມຸ່ງ​ຫວັງ ​ແລ​ະພວມດຳ​ເນີນ​ໄລຍະ​ທີ 2 ຂອງ​ການ​ສົນທະນາ​ພາຍຫລັງ​ສຳ​ເລັດ​ໄລຍະ​ທຳ​ອິດ​ແມ່ນ​ສຸ​ມ​ໃສ່​ການ​ທາ​ບທ່າມຄຳ​ເຫັນ​ລະຫວ່າງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ