ລັດຖະບານພິຈາລະນາ, ປຶກສາຫາລືກ່ຽວກັບຮ່າງກົດໝາຍ, ລັດຖະບັນຍັດ 7 ສະບັບ

ລັດຖະບານພິຈາລະນາ, ປຶກສາຫາລືກ່ຽວກັບຮ່າງກົດໝາຍ, ລັດຖະບັນຍັດ 7 ສະບັບ - ảnh 1

ທ່ານ​ຫງວຽນ​ເຕີນ​ຢູງທີ່​ກອງ​ປະຊຸມ

(ພາບ: gafin.vn)

(vovworld)- ສືບ​ຕໍ່​ລາຍການ​ຂອງກອງປະຊຸມສະໄໝສາມັນປະຈຳເດືອນ 1/2013 ຂອງລັດຖະບານ, ວັນ​ທີ 30/1, ​​ໂດຍ​ພາຍ​ໃຕ້​ການເປັນ​ປະທານທ່ານ​ນາຍົກລັດ ຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ, ລັດຖະບານ​ໄດ້​ພິຈາລະນາ, ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ, ລັດຖະບັນຍັດ 7 ສະບັບ, ລວມມີ: ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ຍ້ອງຍໍ, ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ ​ແລະ ຕ້ານ​ໄຟ​ໄໝ້; ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍອາ​ກອນ​ມູນ​ຄ່າ​ເພີ່ມ; ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ, ລັດຖະບັນຍັດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນຊາ​ດຢູ່​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ຂຶ້ນກັບ​ລັດຖະບານ ​ແລະ ທ້ອງ​ຖິ່ນ​ຕ່າງໆ. ລັດຖະບັນຍັດ​ກ່ຽວ​ກັບການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງລັດຖະບັນຍັດ​ກ່ຽວ​ກັບການ​ຄຸ້ມ​ຄອງ, ນຳ​ໃຊ້​ອາວຸດ, ທາດ​ລະ​ເບີດ ​ແລະ ​ເຄື່ອງມື​ໜູນ​ຊ່ວຍ. ​ເມື່ອ​ເຕື້ອງ​ເຖິງກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ, ທ່ານ​ນາຍົກລັດ ຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ຖື​ວ່າ: ນີ້​ແມ່ນ​ກົດໝາຍ​ທີ່​ມີ​ການ​ກະທົບ​ໃຫ່ຍຫຼວງ​ຕໍ່​ສັງຄົມ ​ແລະ ສຳລັບ​ການ​ເຄື່ອນ​ໄຫວ​ດຶງດູດ ​ແລະ ຊຸກຍູ້​ການ​ລົງທຶນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ເນັ້ນໜັກ​ວ່າ:

   “​ໃນ​ການ​ປັບປຸງ​ເພິ່ມ​ເຕີ່​ມກົດໝາຍ​ຄັ້ງນີ້, ພວກ​ເຮົ​າວາງ​ອອກ​ຄຳ​ຮຽກຮ້ອງ​ໃຫ່ຍຫຼວງ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການສ້າງ​ໂຄງ​ປະກອບ​ເສດຖະກິດ​ຄຶ​ນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ຕາມ​ທິດ​ລົງທຶນ​ເຂົ້າລວງ​ເລິກ, ​ເສີມ​ຂະຫຍາຍ​ກະສິກຳ​ຊົນນະບົດ, ​ເຕັກ​ໂນ​ໂລ​ຊີ​ສູງ. ທີ​ສອງ​ແມ່ນ​ດຶງ​ດູດ​ເງິນ​ລົງທຶນ​ຕ່າງປະ​ເທດ ​ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ເພື່ອ​ບໍ່​ຖືກ​ຖອຍຫຼັງ. ການ​ປັບປຸງ​ເພິ່ມ​ເຕີ່​ມກົດໝາຍ​ຄັ້ງນີ້ຕ້ອງ​ຄິດ​ໄລ່​ເຖິງ​ຈຸດໝາຍ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ​ນີ້

   ກ່າວ​ຄຳ​ເຫັນ​ສະຫລຸບ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຈົ່ງຮັບ​ຟັງຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ລັດຖະບານ, ສ້າງ​ບັນດາ​ຮ່າງ​ກົດໝາຍ​ສຳ​ເລັດ​ໂດຍ​ໄວ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ