(ພາບປະກອບ)
(vovworld) - ລັດຖະບານໄດ້ປະກາດມະຕິກ່ຽວກັບບັນດາມາດຕະການຕົ້ນຕໍ່ເພື່ອຊີ້ນຳນຳພາການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2013. ຕາມຄາດໝາຍລວມຂອງແຜນການພັດທະນາເສດຖະກິດ, ສັງຄົມປີ 2013 ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ, ລັດຖະບານຮຽກຮ້ອງໃຫ້ບັນດາກະຊວງ, ອົງການຈັດຕັ້ງສູນກາງ, ຄະນະກຳມະການປະຊາຊົນແຂວງ, ນະຄອນ ຂຶ້ນກັບສູນກາງ ສຸມໃສ່ຊີ້ນຳບໍລິຫານ, ຈັດຕັ້ງການປະຕິບັດ 9 ໝວດມາດຕະການຕົ້ນຕໍ່ ເຊິ່ງລວມມີ; ເພີ່ມທະວີການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການພັດທະນາການຜະລິດດຳເນີນທຸລະກິດ; ຍູ້ແຮງການປະຕິບັດບັນດາຂອດບຸກທະລຸຍຸດທະສາດ ຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບການເຕີບໂຕ; ຮັບປະກັນຊີວິດສັງຄົມ, ສະຫວັດດີການສັງຄົມ ແລະ ປົວແປ່ງຊີວິດການເປັນຢູ່ຂອງປະຊາຊົນ; ພັດທະນາການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ ແລະ ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ; ເພີ່ມທະວີວຽກງານຄຸ້ມຄອງລັດກ່ຽວກັບທີ່ດິນ, ຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນຕ້ານໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປ້ອງກັນຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ສ້າງຊີວິດວັດທະນະທຳ; ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ຮັບປະກັນຄວາມສະຖຽນລະພາບດ້ານການເມືອງ, ສັງຄົມ; ຍົກສູງປະສິດທິຜົນວຽກງານການຕ່າງປະເທດ; ເພີ່ມທະວີວຽກງານໂຄສະນາ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ.
ກະຊວງແຜນການ ແລະ ການລົງທຶນ ຈະລວບລວມ, ຕີລາຄາໝາກຜົນແຫ່ງການປະຕິບັດມະຕິດັ່ງກ່າວຂອງແຕ່ລະກະຊວງ, ອົງການ, ທ້ອງຖິ່ນ ແລະ ລາຍງານຕໍ່ລັດຖະບານທີ່ວາລະປະຊຸມປະຈຳເດືອນ 12 ຂອງປີ 2013.