ລັດຖະບານສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ
ພາບປະກອບ
(vovworld) – ຕາມຂໍ້ຕົກລົງເມື່ອວັນທີ 23/4, ຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນມີໜ້າທີ່ຊ່ວຍລັດຖະບານ, ນາຍົກລັດຖະມົນຕີວາງອອກບັນດາການກຳນົດທິດ, ຍຸດທະສາດ, ບັນດາມາດຕະການໃຫຍ່ ກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບສາກົນ, ສະເໜີບັນດາໜ້າທ່ີຈຸດສຸມ ກ່ຽວກັບການເຊື່ອມໂຍງສາກົນຄວນສຸມໃສ່ຊີ້ນຳ, ບໍລິຫານໃນແຕ່ລະໄລຍະ. ຄະນະຊີ້ນຳກໍ່ຊ່ວຍໃຫ້ລັດຖະບານ, ນາຍົກລັດຖະມົນຕີ ຊີ້ນຳບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຜັນຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ຄະນະຊີ້ນຳແຫ່ງຊາດ ກໍ່ມີໜ້າທີ່ສະຫລຸບ ແລະ ລາຍງານຕໍ່ກົມການເມືອງ, ຄະນະເລຂາສູນກາງພັກ, ລັດຖະບານ, ນາຍົກລັດຖະມົນຕີ ກ່ຽວກັບສະພາບການຜັນຂະຫຍາຍບັນດາໜ້າທີ່ເຊື່ອມໂຍງເຂົ້າກັບສາກົນເປັນປະຈຳ.
ຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນຫົວໜ້າຄະນະ ແລະ ຮອງຫົວໜ້າຄະນະແມ່ນ: ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ, ຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ.