(ພາບປະກອບ)
(vovworld) - ລັດຖະບານອັງກິດ ໄດ້ບັງຄັບໃຫ້ໜັງສືພິມ “Guardian” (ຜູ້ປົກປ້ອງ) ຂອງປະເທດນີ້ທຳລາຍເອກະສານທັງໝົດທີ່ກ່ຽວຂອງເຖິງຄວາມລັບດ້ານປ້ອງກັນຄວາມສະຫງົບຂອງອາເມລິກາ ໂດຍ Edward Snowden ເປີດເຜີຍ ຖ້າຫາກບໍ່ຢາກຖືກຟ້ອງ ສານ. ບັນດນາທິການໃຫຍ່ໜັງສືພິມດັ່ງກ່າວ ທ່ານ Alan Rusbridger ໃຫ້ຮູ້ວ່າ ບັນດາພາລະກອນປ້ອງກັນຄວາມສະຫງົບອັງກິດ ໄດ້ໄປຮອດສຳນັກງານຂອງໜັງສືພິມນີ້ເພື່ອທຳລາຍບາງຫາດດິດຄອມພິວເຕີທີ່ຍັງບໍ່ທັນຢັ້ງຢືນກ່ຽວກັບເນື້ອໃນໄດ້. ເຖິງວ່າມີຜູ້ຊ່ຽວຊານ 2 ຄົນຂອງອົງການຂ້ໍມູນຂ່າວລັບອັງກິດ ໄດ້ມາກວດກາເຫດການດັ່ງກ່າວ ແລະ ອະທິປາຍເຫດຜົນຂອງການເຄື່ອນໄຫວນີ້ແມ່ນເພື່ອແນໃສ່ກີດຂວາງຂໍ້ມູນສືບລາຊະການລັບຖືກເປີດເຜີຍຈາກ Snowden ອາດຈະແຜ່ລາມເຖິງນັກສືບລາຊະການລັບຕ່າງປະເທດ, ແຕ່ທ່ານ Rusbridger ຢືນຢັນບໍ່ໄດ້ແຈ້ງກ່ອນເລື່ອງດັ່ງກ່າວ.