ລັດ​ຖະ​ບານ​ອະ​ນຸ​ມັດ​ຜ່ານ ໜ້າ​ທີ່​ສ້າງ​ແຜນ​ຜັງ​ນຳ​ໃຊ້ເນື້ອ​ທີ່​ດິນ​ແຫ່ງ​ຊາດ

(VOVWORLD) -    ລັດຖະບານ ຫາກໍປະກາດໃຊ້ ມະຕິວ່າດ້ວຍການອະນຸມັດຜ່ານໜ້າທີ່ສ້າງແຜນຜັງນຳໃຊ້ເນື້ອທີ່ດິນແຫ່ງຊາດ ໄລຍະ 2021 – 2030, ວິໄສທັດ ຮອດປີ 2050.

ຕາມນັ້ນແລ້ວ, ເປົ້າໝາຍວາງແຜນຜັງນຳໃຊ້ເນື້ອທີ່ດິນແຫ່ງຊາດ ໄລຍະ 2021 - 2030, ວິໄສທັດຮອດປີ 2050 ແມ່ນເພື່ອແນໃສ່ຫັນແຜນຜັງສັງລວມແຫ່ງຊາດກ່ຽວກັບການຈັດແບ່ງເນື້ອທີ່ດິນໃຫ້ແກ່ແຕ່ລະຂະແໜງການ, ຂົງເຂດ ແລະ ທ້ອງຖິ່ນ ເປັນລະອຽດ; ນຳໃຊ້ທີ່ດິນໃຫ້ຖືກຕ້ອງຕາມຈຸດປະສົງ, ປະຢັດມັດທະຍັດ ແລະ ມີປະສິດທິຜົນ; ປົກປັກຮັກສາສະພາບແວດລ້ອມຊີວະພາບ, ຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ ແນໃສ່ເສີມຂະຫບາຍຄວາມສາມາດບົ່ມຊ້ອນ, ແຫຼ່ງຊັບພະຍາກອນທີ່ດິນຢ່າງສຸດຂີດ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຫັນເປັນປະເທດອຸດສາຫະກຳ, ທັນສະໄໝ, ຫັນປ່ຽນໂຄງປະກອບເສດຖະກິດ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ.

        ມະຕິສະບັບດັ່ງກ່າວ ກໍໄດ້ເນັ້ນໜັກເຖິງຫຼັກການສ້າງແຜນຜັງນຳໃຊ້ທີ່ດິນແຫ່ງຊາດ ແມ່ນຕ້ອງຮັບປະກັນລັກສະນະເຫັນດີເປັນເອກະພາບ, ຄົບຊຸດລະຫວ່າງການວາງແຜນຜັງກັບຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນສົມທົບການຄຸ້ມຄ້ອງຂະແໜງກັບການຄຸ້ມຄອງເຂດດິນແດນ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັບປະກັນສິ່ງແວດລ້ອມ; ຮັບປະກັນລັກສະນະພິເສດຂອງແຕ່ລະເຂດ; ຮັບປະກັນຄວາມດຸ່ນດ່ຽງ ລະຫວ່າງຄວາມຕ້ອງການນຳໃຊ້ທີ່ດິນຂອງບັນດຂະແໜງການ, ຂົງເຂດ, ທ້ອງຖິ່ນ ແລະ ຮັບປະກັນປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ