ທ່ານນາຍົກລັດຖະມົນຕີຍີ່ປຸ່ນ
ຄົນໃໝ່ Shinzo Abe ຢູ່ສະພາຕ່ຳ
(ພາບ:viet.rfi.fr)
(vovworld) – ຕາມສຳນັກຂ່າວສານ Kyodo ແລ້ວ, ລັດຖະບານຂອງທ່ານນາຍົກ ລັດຖະມົນຕີຍີ່ປຸ່ນ ຄົນໃໝ່ Shinzo Abe ໄດ້ຕົກລົງຈະພິຈາລະນາໂຄງການປ້ອງກັນຊາດພື້ນຖານໄລຍະຍາວຄືນໃໝ່. ວັນທີ 27/12, ທ່ານ Itsunori Onodera ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ຊີ້ນຳກະຊວງປ້ອງກັນປະເທດພິຈາລະນາໂຄງການປ້ອງກັນຊາດດັ່ງກ່າວຄືນໃໝ່ ພ້ອມທັງເພີ່ມທະວີບົດບາດຂອງກຳລັງປ້ອງກັນຕົວກໍ່ຄືກຳລັງແຮງນາບຂູ່ຂອງຍີ່ປຸ່ນ ຕາມທິດສົມທົບກັບຍຸດທະສາດປ້ອງກັນຊາດໃໝ່ຂອງອາເມລິກາ. ຄຳສັ່ງດັ່ງກ່າວຂອງທ່ານນາຍົກ ລັດຖະມົນຕີຍີ່ປຸ່ນ ຄົນໃໝ່ Shinzo Abe ໄດ້ຍົກອອກມາໃນສະພາບການພັກປະຊາທິປະໄຕເສລີ (LDP) ຫາກໍ່ຂຶ້ນກຳອຳນາດຢູ່ຍີ່ປຸ່ນ ໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນລະຫວ່າງຍີ່ປຸ່ນ-ອາເມລິກາ. ໃນບັ້ນຂົນຂວາຍກ່ອນການເລືອກຕັ້ງສະພາຕ່ຳເມື່ອວັນທີ 16/12, LDP ໃຫ້ຄຳໝັ້ນສັນຍາຈະພິຈາລະນາໂຄງການປ້ອງກັນຊາດພື້ນຖານຄືນໃໝ່ ກໍ່ຄືໂຄງການປ້ອງກັນຊາດໄລຍະກາງ ພ້ອມທັງ “ເປີດກ້ວາງງົບປະມານ, ເຄື່ອງວັດຖຸອຸປະກອນ ແລະ ຈຳນວນພົນທະຫານໃນກຳລັງປ້ອງກັນຕົວ“