(vovworld) - ຕາມທ່ານຮອງນາຍົກລັດຖະມົນຕີຊົ່ວຄາວ ທັງເປັນຫົວໜ້າສູນຄຸ້ມຄອງສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ (CAPO) ໄທ ສຸຣາພົງ ໂຕວິຈັກໄຈກຸນ, ບັນດາການປະທະກັນລະຫວ່າງຝ່າຍສະໜັບສະໜູນ ແລະ ຝ່າຍຕ້ານລັດຖະບານອາດຈະເກີດຂຶ້ນຖ້າຫາກທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ໄທ ຍິ່ງລັກ ຊິນນະວັດ ຖືກປົດຕຳແໜ່ງໃນເດືອນ 5 ຈະມາເຖິງ, ຍ້ອນການຮ້ອງຟ້ອງຕ້ານທ່ານນາງ.
ວັນທີ 25/4, ທ່ານ ສຸຣາພົງ ໂຕວິຈັກໄຈກຸນ ໃຫ້ຮູ້ວ່າ: ລັດຖະບານຈະຮຽກຮ້ອງໃຫ້ກອງທັບຜັນຂະຫຍາຍກຳລັງທະຫານຢູ່ນະຄອນຫຼວງ ຕື່ມອີກ, ໃນສະພາບການທີ່ຝ່າຍ “ເສື້ອແດງ” - ເຊິ່ງແມ່ນບັນດາຜູ້ສະໜັບສະໜູນທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ຍິ່ງລັກ - ປະຕິຍານຈະຕ້ານຄືນທຸກໆຄວາມມານະພະຍາຍາມບັງຄັບທ່ານນາງຕ້ອງລາອອກຈາກຕຳແໜ່ງ ເຖິງວ່ານັ້ນແມ່ນຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານ ຫຼືວ່າສານ ດຳເນີນ. 2 ຝ່າຍອາດຈະປຸກລະດົມຂະບວນຄົນໃນຖະໜົນ ແລະ ໃນນັ້ນລ້ວນແຕ່ມີບັນດານັກເຄື່ອນໄຫວໄດ້ຮັບການປະກອບອາວຸດ.