ລັດຖະບານໄທຮຽກຮ້ອງ ໃຫ້ຜູ້ນຳໜ້າກຸ່ມຄົນ ແຫ່ຂະບວນປະທ້ວງ ອອກຍອມຈຳນົນ
(ພາບ: Bangkok Post)
(vovworld) - ວັນທີ 04/12, ລັດຖະບານໄທ ໄດ້ຖະແຫຼງວ່າ ຈະບໍ່ເຈລະຈາກັບຜູ້ນຳກຸ່ມຄົນແຫ່ຂະບວນປະທ້ວງ ສຸເທບ ເທືອກສຸບັນ ຍາມໃດບຸກຄົນນີ້ຍັງບໍ່ທັນອອກຍອມຈຳນົນ ແລະ ຕອບຄຳຖາມບັນດາການກ່າວຫາດ້ານກົດໝາຍ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດໄທ ສຸລະພົງ ໂຕວິຈັກໄຊກຸນ, ທັງເປັນຫົວໜ້າສະພາຄວາມໝັ້ນຄົງພາຍໃນປະເທດພິເສດ ໄດ້ຢືນຢັນວ່າ ເຖິງເວລາແລ້ວທີ່ຕ້ອງອອກຍອມຈຳນົນ ຍ້ອນບຸກຄົນນີ້ໄດ້ລະເມີດກົດໝາຍຂອງໄທ ຢ່າງໜັກ. ທ່ານເນັ້ນໜັກວ່າ, ລັດຖະບານຈະບໍ່ເຈລະຈາກັບຝ່າຍຄ້ານ ຮອດເວລາໃດທີ່ຜູ້ນຳກຸ່ມຄົນແຫ່ຂະບວນປະທ້ວງ ສຸເທບ ເທືອກສຸບັນ ຍັງບໍ່ທັນສາລະພາບໂທດ, ພ້ອມທັງກ່າວເຕື່ອນບໍ່ວ່າຜູ້ໃດທີ່ຊຸດເຊື່ອງບຸກຄົນນີ້ຈະຖືກຈັດເຂົ້າບັນຊີລາຍຊື່ຜູ້ກະທຳຜິດ.
ບັນດາການແຫ່ຂະບວນປະທ້ວງຕ້ານລັດຖະບານ ແລະ ຕຳຫຼວດທີ່ແກ່ຍາວໃນຫຼາຍມື້ຜ່ານມາຢູ່ໄທ ໄດ້ຄ່ອຍໆຫຼຸດລົງ ເພື່ອແນໃສ່ສະແດງຄວາມເຄົາລົບນັບຖືເນື່ອງໃນໂອກາດວັດເກີດຄັ້ງທີ 86 (05/12) ຂອງພະບາດສົມເດັດພະເຈົ້າພະມະຫາຊີວິດ ພູມີພົນ ອາດຸນຍະເດດ, ເຊິ່ງປະຊາຊົນໄທເຄົາລົບນັບຖືຢ່າງຍິ່ງ.