ລັດຖະບານໜູນຊ່ວຍເຮືອນຢູ່ໃຫ້ຄອບຄົວທຸກຍາກ

ລັດຖະບານໜູນຊ່ວຍເຮືອນຢູ່ໃຫ້ຄອບຄົວທຸກຍາກ - ảnh 1
(ພາບປະກອບ)

​​(vovworld) - ນາຍົກລັດຖະມົນຕີຫວຽດນາມ ຫາ​ກໍ​ປະກາດ​ນະ​​ໂຍບາຍ​ໜູນ​ຊ່ວຍ​​​​ເຮືອນ​ຢູ່​ໃຫ້​ຄອບ​ຄົບ​ທຸກ​ຍາກ​ໄລ​ຍະ 2011 – 2015. ຕາມ​ນັ້ນ​ແລ້ວ, ມີ​ປະມານ 311.000 ຄອບຄົວທຸກ​ຍາກ​ເຂດ​ຊົນນະບົດ ຈະ​ມີ​ເຮືອນ​ຢູ່​ບັນລຸ​ມາດ​ຕະຖານ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​​ເທື່ອ​ລະ​ກ້າວ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດ​ຜ່ອນຄວາມທຸກ​ຍາກ​ແບບ​ຍືນ​ຍົງ. ຕາມ​ຕົວ​ເລກ​ສະຖິຕີ​ຊີ້​​ໃຫ້​ເຫັນ​ວ່າ, ປະ​ຈຸບັນ, ມີ​ປະມານ 510.000 ຄອບຄົວ​ທຸກ​ຍາກຕາມ​ມາດ​ຖານ​ຄວາມທຸກ​ຍາກ​ໃໝ່​ໄລຍະ 2011 – 2015 ປະສົບ​ຄວາມ​ຫຍຸ້ງຍາກ​ດ້ານ​ເຮືອນ​ຢູ່. ຕາມ​ການ​ຄິດ​ໄລ່ຂອງ​ກະຊວງ​ກໍ່​ສ້າງ, ຄວາມ​ຕ້ອງການ​ດ້​ານທຶນຮອນເພື່ອ​ໜູນ​ຊ່ວຍ​ດ້ານ​ເຮືອນ​ຢູ່ໃຫ້​ຄອບຄົວ​ທຸກ​ຍາກ​ແມ່ນກວ່າ 18.400 ຕື້​ດົງ​, ​ໃນ​ນັ້ນ​ງົບປະມານ​ຂອງ​ສູນ​ກາງ​ແມ່ນ​ກວ່າ 4.600 ຕື້​ດົງ.

ຂ່າວ/ບົດ​ອື່ນ