ລັດຖະບານ ລັດເຊຍ ປະຕິເສດຄຳກ່າວຫາແຊກແຊງເຂົ້າການເລືອກຕັ້ງຢູ່ ອາເມລິກາ

(VOVWORLD) -  ທ່ານ Dmitry Peskov, ໂຄສົກຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ເລື່ອງ ກ່າວຜູກໂທດດັັ່ງກ່າວ “ພຽງແຕ່ກ່ຽວຂ້ອງເຖິງບັນດາພົນລະເມືອງ ລັດເຊຍ ເທົ່ານັ້ນ”
ລັດຖະບານ ລັດເຊຍ ປະຕິເສດຄຳກ່າວຫາແຊກແຊງເຂົ້າການເລືອກຕັ້ງຢູ່ ອາເມລິກາ - ảnh 1ທ່ານ Dmitry Peskov, ໂຄສົກຂອງປະທານາທິບໍດີ ລັດເຊຍ  

ວັງ Kremlin ເນັ້ນໜັກວ່າ: ບໍ່ມີພະຍານຫຼັກຖານໃດໆທີ່ສະແດງໃຫ້ເຫັນວ່າ ລັດຖະບານ ລັດເຊຍ ໄດ້ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2016 ພາຍຫຼັງທີ່ ວໍຊິງຕັນ ກ່າວຜູກໂທດຊາວ ລັດເຊຍ 13 ຄົນໄດ້ຊອກຫາວິທີເພື່ອສົ່ງຜົນກະທົບເຖິງຜູ້ມີສິດເລືອກຕັ້ງ ອາເມລິກາ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 19 ກຸມພາ, ທ່ານ Dmitry Peskov, ໂຄສົກຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ເລື່ອງ ກ່າວຜູກໂທດດັັ່ງກ່າວ “ພຽງແຕ່ກ່ຽວຂ້ອງເຖິງບັນດາພົນລະເມືອງ ລັດເຊຍ ເທົ່ານັ້ນ”, ໃນຂະນະທີ່ ມົດສະກູ ພັດໄດ້ “ຮັບຟັງບັນດາຄຳກ່າວຜູກໂທດຂອງ ວໍຊິງຕັນ ກ່ຽວກັບການແຊກແຊງຂອງປະເທດ ລັດເຊຍ, ວັງ Kremlin ແລະ ລັດຖະບານ ລັດເຊຍ”.

ຕອບກັບ

ຂ່າວ/ບົດ​ອື່ນ