ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດສ.ເບລາຣຸດ
ພິທີເຊັນບົດບັນທຶກຊ່ວຍຈຳແລກປ່ຽນພະນັກງານລະຫວ່າງ 2 ຝ່າຍ
(ພາບ: cadn.com.vn)
|
(vovworld) – ຕອນບ່າຍວັນທີ 21/10, ທ່ານ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vakulchik Valery Pavlovich, ປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດ ສ. ເບລາຣຸດ ເນື່ອງໃນໂອກາດຄະນະຜູ້ແທນຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດ ສ. ເບລາຣຸດ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການເຈລະຈາ, ທ່ານລັດຖະມົນຕີ ໂຕເລີມ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊຶ້ື້ອລະຫວ່າງ ຫວຽດນາມ ແລະ ເບລາຣຸດ ໃຫ້ນັບມື້ນັບພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ກະຊວງຕຳຫຼວດ ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວກ່ຽວກັບບັນດາບັນຫາພົ້ນເດັ່ນຢູ່ ອາຊີ - ປາຊີຟິກ ແລະ ຢູ່ໃນໂລກ, ສຸມໃສ່ຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳມີການຈັດຕັ້ງ, ອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ…
ພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານລັດຖະມົນຕີ Vakulchik Valery Pavlovich ໄດ້ເຊັນບົດບັນທຶກຊ່ວຍຈຳແລກປ່ຽນພະນັກງານລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະກຳມະການຄວາມປ້ອງກັນສະຫງົບແຫ່ງຊາດ ສ. ເບລາຣຸດ.