ລັດຖະມົນຕີກະຊວງຕຳຫຼວດຫວຽດນາມພົບປະກັບ ທີ່ປຶກສາດ້ານປ້ອງກັນຄວາມສະຫງົບອິນເດຍ

    ລັດຖະມົນຕີກະຊວງຕຳຫຼວດຫວຽດນາມພົບປະກັບ ທີ່ປຶກສາດ້ານປ້ອງກັນຄວາມສະຫງົບອິນເດຍ  - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ເຈິ​ນດ້າຍ​ກວາງ  ແລະ ​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ອິນ​ເດຍ  Shiv Shankar Menon 
(ພາບ: Tiến Hiến/Vietnam+)

(Vovworld)-​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 1/11, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ເຈິ​ນດ້າຍ​ກວາງ ພ້ອມ​ດ້ວຍ ຄະນະ ​ໄດ້​ມີ​ການ​ພົບ​ປະ​ກັບ​ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ອິນ​ເດຍ ທ່ານ Shiv Shankar Menon . ທີ່​ການ​ພົບ​ປະ, ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ອິນ​ເດຍ ທ່ານ Shiv Shankar Menon ຢືນຢັນ​ວ່າ ອິ​ນເດຍຍາມ​ໃດກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ຫວຽດນາມ ​ແລະ ກຳ​ນົດວ່າ ນີ້​ແມ່ນ​ສາຍ​ພົວພັນ​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ “ ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ” ​ໄລຍະ​ໃໝ່​ຂອງ

ອິນ​ເດຍ, ​ໃນ​ນັ້ນ​ການພັວພັນ​ທາງ​ດ້ານ​ປ້ອງ​ກັນຊາດ ປ້ອງ​ກັນ​ຄວາມ​ສະຫງົບ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານລະຫວ່າງ 2 ປະ​ເທດ. ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ອິນ​ເດຍ ທ່ານ Shiv Shankar Menon ​ເນັ້ນ​ໜັກ​ວ່າ ການ​ສ້າງ​ບັນ​ດາ​ເອກະສານ​ດ້ານ​ກົດໝາຍ​ກ່ຽວ​ກັບ​ການ​ປາບ​ປາມ​ອາດຊະຍາ​ກຳ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ລະຫວ່າງ 2 ປ​ະ​ເທດ​ໃຫ້​ສົມບູນ​ແບບ ຜ່ານ​ການ​ຢ້ຽມຢາມ​ອິ​ເດຍຂອງ ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ເຈິ​ນດ້າຍ​ກວາງ ​ແລະ ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟູ້ຈ້ອງ ​ໃນ​ເວລາ​ທີ່​ຈະ​ເຖິງ ຈະ​ຍົກ​ການ​ພົວພັນ​ລະຫວ່າງ​ກະຊວງ​ພາຍ​ໃນ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ອິນ​ເດຍກັບ ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ