ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບເອກອັກຄະລັດຖະທູດອາເມລິກາແລະອົດສະຕາລີປະຈຳຫວຽດນາມ

ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບເອກອັກຄະລັດຖະທູດອາເມລິກາແລະອົດສະຕາລີປະຈຳຫວຽດນາມ - ảnh 1

ພົນໂທ ໂຕເລີມ ແລະ ​ທ່ານ Hugh Borrowman ແລະ ບັນດາຜູ້ແທນ
(ພາບ: cand.com.vn)

(vovworld) – ທີ່​ການ​ຕ້ອນຮັບ​ທ່ານ Ted Osius, ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 18/5, ຢູ່ ຮ່າ​ໂນ້ຍ, ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ, ​ໄດ້​ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ກັບ ອາ​ເມ​ລິ​ກາ ​ໃນ​​ໄລຍະ​ຜ່ານ​ມາ​ໃນຂົງ​ເຂດ​ຕ່າງໆ​ຄື: ການ​ເມ​ືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ… ​ໄດ້​ຮັບ​ການ​ເພີ່​ມທະວີ, ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ຄຽງ​ຄູ່​ກັນ​ນັ້ນ, ການ​ພົ​ວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ ອາ​ເມ​ລິ​ກາ ກໍ່ມີ​ຫຼາຍ​ບາດກ້າວ​ຕັ້ງໜ້າ, ບັນລຸ​ໄດ້​ໝາກຜົນ​ສຳ​ຄັນຫຼາຍ​ຢ່າງ…

        ທີ່​ການ​ຕ້ອນຮັບ​ທ່ານ Hugh Borrowman, ​ເອກອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ ຫວຽດນາມ, ​ໃນຕອນ​ຄຳ່​ວັນ​ທີ 18/5, ຢູ່ ຮ່າ​ໂນ້ຍ, ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ ປາດ​ຖະໜາ​ວ່າ: ພາຍຫຼັງ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ, ​ເຖິງ​ວ່​າ​ໃນ​ຖານະ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ທ່ານ Hugh Borrowman ກໍ່​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສະໜັບສະໜູນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ອົດ​ສະ​ຕາ​ລີ ​ເວົ້າ​ລວມ ​ແລະ ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ກະຊວງຕຳຫຼວດ ຫວຽດນາມ ກັບບັນດາ​ອົງການ​ປະຕິບັດ​ກົດໝາຍ ອົດ​ສະ​ຕາລີ ​ເວົ້າ​ສະ​ເພາະ. ​ພົນ​ໂທ ​ໂຕ​ເລີມ ຢັ້ງຢືນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ຕຳຫຼວດ ຫວຽດນາມ ​ໃຫ້​ຄ​ຳໝັ້ນສັນຍາ​ຈະ​ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ​ອົດ​ສະ​ຕາ​ລີ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ກ່ວາ​ອີກ, ສ້າງ​ສະພາບ​ແວດ​ລ້ອມ​ເປັນ​ປົກກະຕິ​​ໃຫ້​ແກ່​ການ​ພັດທະນາ​ເສດ​ຖະກິດ - ສັງຄົມ, ພ້ອມ​ທັງ​ນຳ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອົດ​ສະ​ຕາ​ລີ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.


ຂ່າວ/ບົດ​ອື່ນ