(vovworld) - ຕອນຄໍ່າວັນທີ 18/11, ພົນໂທ Tran Dai Quang, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນ Nam Thang Long 1, ຕາແສງ Nhan Chinh, ເມືອງ Thanh Xuan, ນະຄອນຮ່າໂນ້ຍ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນໃນເຂດພ້ອມກັນຫວນຄືນມູນເຊື້ອສາມັກຄີ ແລະ ໄຊຊະນະຂອງແນວໂຮມເອກະພາບແຫ່ງຊາດຫວຽດນາມ (ປະຈຸບັນແມ່ນ ແນວໂຮມປະເທດຊາດຫວຽດນາມ) ໃນຕະຫຼອດ 82 ປີຜ່ານມາ, ຕີລາຄາກ່ຽວກັບໝາກຜົນການປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນທັງຊາດສາມັກຄີສ້າງຊີວິດທາງດ້ານວັດທະນະທຳຢູ່ເຂດຊຸມຊົນ” ແລະ ບັ້ນຂົນຂວາຍ “ວັນເພື່ອຄົນທຸກຍາກ” ໃນປີ 2012. ນະທີ່ນີ້, ພົນໂທ Tran Dai Quang ປາຖະໜາວ່າ ພໍແມ່ພີ່ນ້ອງໃນເຂດຊຸມຊົນ ຈະສືບຕໍ່ຮັກສາ, ປັບປຸງຄວາມສາມັກຄີຢ່າງບໍ່ຢຸດຢັ້ງ, ປ່ຽນໃໝ່, ເຮັດໃຫ້ຂະບວນການທຸກດ້ານຂອງເຂດຊຸມຊົນນັບມື້ນັບພົ້ນເດັ່ນ, ສ້າງປະຊາຄົມເຂດຊຸມຊົນໃຫ້ມີສະຖຽນລະພາບ ແລະ ພັດທະນາດ້ວຍບັນດາວຽກງານລະອຽດ.