ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ
ພົນເອກ ຟຸ່ງກວາງແທງ
(ພາບປະກອບ)
(vovworld) - ທີ່ການຕ້ອນຮັບເມື່ອຕອນບ່າຍວັນທີ 06/03, ຢູ່ຮ່າໂນ້ຍ, ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ນິວຊີແລນ ປະຈຳຫວຽດນາມ Maike Manning ໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະ ໄປມາຮໍ່າຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນຄະນະພະນັກງານຂັ້ນສູງຂອງ, ເຫຼົ່າທັບຕ່າງໆລະຫວ່າງກອງທັບ 2 ປະເທດ; ແລກປ່ຽນແບ່ງປັນບົດຮຽນກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຢູ່ສະຫະປະຊາຊາດ... ພົນເອກ ຟຸ່ງກວາງແທງ ຫວັງວ່າ ໃນໄລຍະປະຕິບັດງານຢູ່ຫວຽດນາມ, ທ່ານ Maike Manning ຈະມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນອັນດີງາມລະຫວ່າງ 2 ປະເທດ ແລະ ຊຸກຍູ້ການພົວພັນຮ່ວມມືດ້ານການທະຫານ, ປ້ອງກັນຊາດລະຫວ່າງ ຫວຽດນາມ - ນິວຊີແລນ ຢ່າງຮອບດ້ານ. ພົນເອກ ຟຸ່ງກວາງແທງ ແລະ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ນິວຊີແລນ ປະຈຳຫວຽດນາມ ກໍແລກປ່ຽນກ່ຽວກັບແຜນການ, ຢ້ຽມຢາມ, ເຮັດວຽກຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢູ່ ນິວຢີແລນໃນໄລຍະຈະມາເຖິງ.